ບຸນເຕັດປະເພນີຂອງຊາວເຜົ່າ ຮ່າຍີ່ ຢູ່ ລາຍເຈົາ
12/01/2019 06:00
(VOVWORLD) -ໃນຮູບພາບຫຼາກຫຼາຍສີສັນຂອງ 20 ຊົນເຜົ່າຢູ່ ລາຍເຈົາ, ຊາວເຜົ່າ ຮ່າຍີ່ ໄດ້ເປັນທີ່ຮູ້ຈັກຍ້ອນຄວາມອຸດົມສົມບູນ, ຫຼາກຫຼາຍກ່ຽວກັບສີສັນວັດທະນະທຳທາງດ້ານພູຜາປ່າໄມ້, ບັນດາງານບຸນປະເພນີ… ໃນນັ້ນ ສິ່ງທີ່ຕ້ອງເວົ້າເຖິງນັ້ນແມ່ນ ບຸນເຕັດປະເພນີ “ກໍ໊ແຍ່ຈ່າ” ຕາມປົກກະຕິຈະຈັດຂຶ້ນໃນທ້າຍເດືອນ 10, ຕົ້ນເດືອນ 11 ໄລ່ຕາມຈັນທະປະຕິທິນ, ເພື່ອຈັດໃສ່ໃຫ້ຖືກກັບມື້ໂຕມັງກອນ.

ໃນບັນດາວັນນະກຳບູຮານ ໄດ້ຂຽນກ່ຽວກັບການມີໜ້າຂອງຊາວເຜົ່າ ຮ່າຍີ່ ຢູ່ເຂດຕາເວັນຕົກສ່ຽງເໜືອ (ໄຕບັ໋ກ) ຫວຽດນາມ ແຕ່ສະຕະວັດທີ VIII, ແຕ່ສ່ວນໃຫຍ່ ຊາວເຜົ່າ ຮ່າຍີ່ ແມ່ນຊາວອົບພະຍົບມາຢູ່ ຫວຽດນາມ ກ່ອນນີ້ປະມານ 300 ປີ ແລະ ບຸນເຕັດປະເພນີ “ກໍ໊ແຍ່ຈ່າ” ຂອງຊາວເຜົ່າ ຮ່າຍີ່ ແມ່ນໜຶ່ງໃນບັນດາສີສັນວັດທະນະທຳທີ່ຍັງຄົງໄດ້ຮັບການສືບທອດ, ຮັກສາມາຮອດປັດຈຸບັນນີ້. ບຸນເຕັດປະເພນີ ແມ່ນໂອກາດເພື່ອໃຫ້ທຸກຄົນໄດ້ພັກຜ່ອນ, ລະຫຼິ້ນ, ບັນດາຄອບຄົວໄປອວຍພອນເຊິ່ງກັນ ແລະ ກັນ, ນັບແຕ່ອ້າຍເອື້ອຍນ້ອງ, ຍາດຕິພີ່ນ້ອງຕະຫຼອດຮອດທຸກຄອບຄົວໃນໝູ່ບ້ານ, ພາຍຫຼັງໜຶ່ງປີທີ່ອອກແຮງງານ, ທຳການຜະລິດ, ລະດູບການເກັບກ່ຽວໄດ້ຮັບຜົນ ແລະ ກໍແມ່ນໂອກາດຄົບຮອບ 1 ປີ ຕາມວິທີຄິດໄລ່ຂອງຊາວເຜົ່າ ຮ່າຍີ່. ພໍ່ແມ່ພີ່ນ້ອງຊົນເຜົ່າ ຮ່າຍີ່ ຢູ່ ລາຍເຈົາ ຕາມປົກກະຕິແມ່ນຈັດບຸນເຕັດນເວລາ 3 ມື້, ເລີ່ມຕົ້ນໃນມື້ຕົວມັງກອນ, ບໍ່ໄລ່ວ່າແມ່ນຕົ້ນເດືອນ ຫຼື ທ້າຍເດືອນ, ຂຶ້ນກັບແຕ່ລະໝູ່ບ້ານ, ແຕ່ລະຕາແສງ ຈະຈັດວັນບຸນໄວ ຫຼື ຊ້າ. ລຸງ ຈູແສ໊ລູ່, ຊົນເຜົ່າ ຮ່າຍີ່ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໃຫ້ຮູ້ວ່າ: “ຕາມປົກກະຕິ ບຸນເຕັດຂອງຊາວເຜົ່າ ຮ່າຍີ່ ຈະຈັດຂຶ້ນໃນເດືອນ ພະຈິກ (ໄລ່ຕາມປະຕິທິນສາກົນ) ແລະ ໃນເດືອນ ພະຈິກ ນີ້ ແມ່ນເລືອກເອົາມື້ໂຕມັງກອນເປັນມື້ຈັດງານບຸນ”.
TAG
VOV/VOVworld/ກໍ໊ແຍ່ຈ່າ/ບຸນເຕັດ/ຊາວເຜົ່າຮ່າຍີ່
Related








