ບຸນສາລີ ເອກະລັກສະເພາະຂອງຊົນເຜົ່າ ກົ໋ງ
18/08/2018 06:00
(VOVWORLD) -ບຸນສາລີ (ເກວ່ລາລອງ) ແມ່ນວັນບຸນປະຈຳເຜົ່າຂອງພໍ່ແມ່ປະຊາຊົນເຜົ່າ ກົ໋ງ ຢູ່ຕາແສງ ນ້ຳຄາວ, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ. ແຕ່ລະປີ ບຸນສາລີໄດ້ຈັດຕັ້ງເມື່ອລະດູສາລີໄດ້ຮັບການເກັບກ່ຽວໃນທ້າຍເດືອນ 5 ຫາຕົ້ນເດືອນ 6 (ໄລ່ຕາມຈັນທະປະຕິທິນ). ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຕົ້າໂຮມກັນພາຍຫຼັງການອອກແຮງງານທີ່ລຳບາກໃນປີ. ບຸນສາລີ ກໍແມ່ນໂອກາດເພື່ອໃຫ້ປະຊາຊົນໃນໝູ່ບ້ານສົມມະນາຄຸນບັນດາເທວະດາຟ້າແຖນ, ບັນພະບຸລຸດທີ່ໄດ້ໃຫ້ການອຸປະຖຳຄ້ຳຊູ, ປົກປັກຮັກສາໃນຕະຫຼອດປີທີ່ຜ່ານມາ, ພາວະນາຂໍໃຫ້ປີໃໝ່ ດິນຟ້າອາກາດເອື້ອອຳນວຍ, ຄອບຄົວ, ໝູ່ບ້ານມີຄວາມອີ່ມໜໍາສຳລານ ແລະ ຜາສຸກ.

ເຊັ່ນດຽວກັນກັບປະຊາຊົນຊາວກະສິກອນອື່ນໆ, ຊາວເຜົ່າ ກົ໋ງ ກໍມີປະເພນີຈັດວັນບຸນເຕັດພ້ອມກັບປະຕິທິນໃນການເຮັດກະສິກຳ. ບຸນສາລີ ແມ່ນບຸນໃຫຍ່ທີ່ສຸດໃນປີ ແລະ ຕາມປົກກະຕິ ໄດ້ຈັດຕັ້ງໃນວັນທີ 1 ເດືອນ 6 ໄລ່ຕາມຈັນທະປະຕິທິນ. ບຸນສາລີ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ປະຊາຊົນລະຫຼິ້ນຢ່າງມ່ວນຊື່ນ, ພັກຜ່ອນພາຍຫຼັງລະດູການເກັບກ່ຽວສຳເລັດເທົ່ານັ້ນ ຫາກກໍແມ່ນໂອກາດເພື່ອປະຊາຊົນໃນໝູ່ບ້ານສົມມະນາຄຸນເທວະດາຟ້າແຖນ ທີ່ໄດ້ດົນບັນດານໃຫ້ມີລະດູການຜະລິດທີ່ໄດ້ຮັບຜົນດີ, ມີຄວາມສະດວກ. ງານບຸນຍັງແມ່ນໂອກາດປັບປຸງ ແລະ ເປີດກວ້າງບັນດາສາຍພົວພັນວົງຄະນະຍາດ ແລະ ຮັກສາຄວາມສັກສິດໃນການເຫຼື້ອມໃສໃນຈິດສຳນຶກຂອງປະຊາຊົນ.
TAG
VOV/VOVworld/ວັນບຸນສາລີ/ເຜົ່າກົ໋ງ/
Related








