ເຈິ່ນແທ່ງອານ - ຊາຍໜຸ່ມຜູ້ເມົາມົວໃນການຂັບແທນ, ພິນຕິ໋ງ
01/09/2018 05:55
(VOVWORLD) -ງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດ ຄັ້ງທີ VI ຫາກໍດໍາເນີນໄປຫວ່າງແລ້ວນີ້ຢູ່ແຂວງ ຮ່າຢາງ, ໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປິນ, ນັກສະແດງເປັນຮ້ອຍໆຄົນ. ໃນນັ້ນ ກໍມີນັກສິລະປິນໜຸ່ມຫຼາຍຄົນ ອາຍຸບໍ່ເຖິງ 20 ປີ ແລະ ພົ້ນເດັ່ນໃນຈຳນວນນັກສິລະປິນນັ້ນ ມີ ເຈິ່ນແທ່ງອານ, ຄະນະສິລະປະມະຫາຊົນ ແຂວງ ກາວບັ່ງ. ຊາຍໜຸ່ມອາຍຸ 19 ປີ, ນີ້ແມ່ນຊາວຊົນເຜົ່າ ກິງ ໄດ້ເຮັດໃຫ້ບັນດາຜູ້ຊົມຕົກສະເງີ້ ຍ້ອນການຂັບແທນດ້ວຍພາສາ ໄຕ່ ປະສານກັບສຽງພິນຕິ໋ງ ທີ່ອ່ອນຊ້ອຍດັງກ້ອງໃນແຕ່ລະຕອນຂອງການສະແດງ.

ຂັບແທນ ໄດ້ເປັນທີ່ຮູ້ຈັກ ແມ່ນມໍລະດົກວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຢູ່ບັນດາແຂວງເຂດພູດອຍທາງທິດເໜືອ ຫວຽດນາມ. ດ້ວຍຄວາມປາດຖະໜາຢາກອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າສິລະປະຂອງຂັບແທນນັ້ນ ບັນດາທ້ອງຖິ່ນຢູ່ແຂວງຕ່າງໆເຂດພູດອຍທາງທິດເໜືອ ກໍຈັດຕັ້ງງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ຂຶ້ນສອງປີເທື່ອໜຶ່ງ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກສິລະປະການ,ນັກສິລະປິນຂັບແທນໃນທຸກລຸ້ນໄວ ໄດ້ພົບປະແລກປ່ຽນ, ແບ່ງປັນບັນດາຈັງຫວະທຳນອງແທນຂອງຊົນເຜົ່າຕົນ… ມີບາງນັກສິລະປະການທີ່ມີອາຍຸກວ່າ 90 ປີແລ້ວ ແຕ່ກໍມີບັນດານັກສິລະປະການທີ່ຍັງໜຸ່ມນ້ອຍ ອາຍຸຍັງບໍ່ທັນຮອດ 20 ປີ, ໃນນັ້ນ ມີຊາຍໜຸ່ມ ເຈິ່ນແທ່ງອານ, ອາຍຸ 19 ປີ ເຊິ່ງເປັນສະມາຊິກຂອງຄະນະສິລະປະມະຫາຊົນ ແຂວງ ກາວບັ່ງ. ເຈິ່ນແທ່ງອານ ເຕີບໃຫຍ່ໃນດິນແດນ ກາວບັ່ງ, ບ່ອນທີ່ບັນດາຈັງຫວະທຳນອງ ແທນ ໄດ້ຝັງເລິກເຂົ້າໃນຈິດສຳນຶກຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້. ແຕ່ປີ 2013, ເວລານັ້ນອາຍຸຫາກໍ 13 - 14 ປີ, ທ້າວ ອານ ໄດ້ເລີ່ມຕົ້ນຮຽນຂັບແທນ. ສຳລັບ ອານ ແລ້ວ, ແທນ ຄືດັ່ງວາດສະໜາ, ຄວາມບັງເອີນທີ່ຮັດແໜ້ນລາວກັບເສັ້ນທາງແຫ່ງສິລະປະ. “ນ້ອງໄດ້ຟັງຂັບແທນມາແຕ່ນ້ອຍ, ເນື້ອແທ້ຂອງຂັບແທນໄດ້ຊຶມເຂົ້າໃນຕົວ ແລະ ເມື່ອໃຫຍ່ຂຶ້ນມາຈຶ່ງເຫັນວ່າ ຕົນເອງມັກຂັບແທນ, ຄວາມຮັກຕໍ່ກັບສິລະປະປະເພດນີ້ ນັບມື້ນັບໃຫຍ່ຫຼວງກວ່າເກົ່າ… ນັບແຕ່ນັ້ນມາ ນ້ອງເລີ່ມຕົ້ນໄປຮຽນຂັບແທນ”.
TAG
VOV/VOVworld/ເຈິ່ນແທ່ງອານ/ຂັບແທນ/ພິນຕິ໋ງ
Related








