VOV WorldVOV World
ເອກ​ອ້າງ​ທະ​ນົງ​ໃຈ ​ເມື່ອ​ມີ​ຊາວ​ຫວຽດນາມ​ ຜູ້​ທຳ​ອິດໄດ້​ຮັບ​ໜ້າ​ທີ່ ຢູ່ ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ
07/02/2019 12:38
(VOVWORLD) -ພາຍຫຼັງໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນ ສປຊ ອາຍຸການ 2017 –2021, ເມື່ອເດືອນມິຖຸນາ 2018, ປະລິນຍາເອກ ຫງວຽນຮົ່ງທາວ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນຮອງປະທານຜູ້ທີ 2 ຂອງຄະນະກຳມະການກົດໝາຍສາກົນ. ນີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ບໍ່ພຽງແຕ່ສຳລັບຕົວທ່ານເຫງວຽນຮົ່ງທາວເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນທີ່ຕັ້ງບົດບາດຂອງຫວຽດນາມ ໃນບັນດາອົງການຈັດຕັ້ງຫຼາຍຝ່າຍທົ່ວໂລກອີກດ້ວຍ.
ເອກ​ອ້າງ​ທະ​ນົງ​ໃຈ ​ເມື່ອ​ມີ​ຊາວ​ຫວຽດນາມ​ ຜູ້​ທຳ​ອິດໄດ້​ຮັບ​ໜ້າ​ທີ່ ຢູ່ ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ
 ເລື່ອງກາຍເປັນສະມາຊິກ ຄະນະກຳມະການກົດໝາຍສາກົນ (ILC) ແລະ ຮັບໜ້າທີ່ເປັນຮອງປະທານຂອງ ILC ບໍ່ພຽງແຕ່ແມ່ນເຫດການທີ່ມີຄວາມໝາຍອັນຍິ່ງໃຫຍ່ສຳລັບຕົວທ່ານປະລິນຍາເອກ ຫງວຽນຮົ່ງທາວເທົ່ານັ້ນ ຫາກຍັງມີຄວາມໝາຍສຳລັບຫວຽດນາມ ອີກດ້ວຍ. ເພາະວ່າ ILC ແມ່ນໜຶ່ງໃນບັນດາອົງການທີ່ສຳຄັນແຖວໜ້າຂອງ ສະຫະປະຊາຊາດ ໃນຂົງເຂດກົດໝາຍ. ນີ້ແມ່ນການຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຊິກ ILC ນັບແຕ່ເມື່ອໄດ້ຮັບການເລືອກຕັ້ງ. ເມື່ອແບ່ງປັນກ່ຽວກັບໜ້າທີ່ຮັບຜິດຊອບທີ່ສຳຄັນດັ່ງກ່າວ, ທ່ານປະລິນຍາເອກ ຫງວຽນຮົ່ງທາວ ໃຫ້ຮູ້ວ່າ:         “ຂ້າພະເຈົ້າຢາກນ້ຳເອົາບັນດາບົດຮຽນຂອງຕົນ, ຂອງປະເທດຊາດ ເພື່ອປະກອບຄຳຄິດຄຳເຫັນເຂົ້າໃນການສ້າງຫຼັກການນິຕິກຳ, ແກ້ໄຂບັນດາບັນຫາເກີດຂຶ້ນໃໝ່ຂອງກົດໝາຍສາກົນ, ກໍຄືສັງລວມຄືນບັນດາບົດຮຽນເກົ່າ ເພື່ອໂຄສະນາເຜີຍແຜ່ບັນດາບົດຮຽນນັ້ນ ໃຫ້ແກ່ບັນດາປະເທດອື່ນໃນຂອບເຂດກົດໝາຍສາກົນ. ນີ້ແມ່ນການປະກອບສ່ວນທີ່ມີລະດັບສາກົນ ທີ່ສົ່ງຜົນສະທ້ອນລວມຕໍ່ທຸກປະເທດ ຫາກບໍ່ແມ່ນສະເພາະປະເທດໃດປະເທດໜຶ່ງ”.  
TAG
VOV/VOVworld/ຫງວຽນຮົ່ງທາວ/ນິຕິກໍາ/ກົດໝາຍສາກົນ

More