ເອື້ອຍ ເຈິ່ນເຟືອງລານ - ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ 2018
24/11/2018 10:29
(VOVWORLD) -ເອື້ອຍ ເຈິ່ນເຟືອງລານ ດຳລົງຊີວິດຢູ່ເຮືອນເລກທີ 340 ຖະຫນົນ ເລຢ໋ວນ, ຕາແສງ ເກື໋ອນາມ, ເມືອງ ຮວ່ານກ໊ຽມ, ແມ່ນຜູ້ເປັນແມ່ທີ່ມີຈິດໃຈເມດຕາປານີອັນສູງສົ່ງ. ເອື້ອຍ ລານ ໄດ້ຮັບລ້ຽງເດັກຊາຍຄົນໜຶ່ງ ເປັນພະຍາດໂປ່ງພອງມາແຕ່ເກີດ ເອີ້ນຫຍໍ້ວ່າ ພະຍາດ EB (Epidermolysis Bullosa) ທີ່ຖືກຄອບຄົວປ່ອຍປະຕັ້ງແຕ່ເມື່ອກຳເນີດອອກມາ ແລະ ເປັນຜູ້ໃຫ້ການຊ່ວຍເຫຼືອເດັກທີ່ເປັນພະຍາດດັ່ງກ່າວນັບສິບໆຄົນໃນທົ່ວປະເທດ. ຫວ່າງມໍ່ໆມານີ້, ເອື້ອຍ ເຈິ່ນເຟືອງລານ ກໍເປັນກຽດໄດ້ຮັບນາມມະຍົດ “ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ” ປີ 2018 ໂດຍ ນະຄອນຫຼວງ ຮ່າໂນ້ຍ ມອບໃຫ້.

ເອື້ອຍ ລານ ກຳເນີດຢູ່ແຂວງ ຮ່ານາມ ເມື່ອປີ 1977, ໃນຊີວິດການສົມລົດ ເອື້ອຍ ເປັນຄົນໂຊກບໍ່ດີ ຕ້ອງໄດ້ປະຮ້າງ, ແຕ່ເອື້ອຍ ລານ ກໍສູ້ຊົນ ອົດທົນ ໜັກເອົາເບົາສູ້ ເພື່ອລ້ຽງລູກສາວຜູ້ຫນຶ່ງ ແລະ ລູກຊາຍອີກຄົນໜຶ່ງທີ່ເປັນພະຍາດໂປ່ງພອງ EB ມາແຕ່ເກີດ ເອື້ອຍ ລານ ເປັນຜູ້ສ້າງຕັ້ງສະໂມສອນ “ບັນດາເດັກທີ່ເປັນ ພະຍາດໂປ່ງພອງ EB ມາແຕ່ເກີດ”. ພະຍາດໂປ່ງພອງ EB ແມ່ນພະຍາດກຳມະພັນທີ່ພົບເຫັນໜ້ອຍທີ່ສຸດໃນໂລກ ແລະ ປັດຈຸບັນ ວິທະຍາສາດທາງການແພດ ກໍຍັງບໍ່ທັນສາມາດປິ່ນປົວໃຫ້ດີຂາດໄດ້ເທື່ອ. ຖ້າຫາກວ່າເດັກເປັນພະຍາດດັ່ງກ່າວນີ້ ເວລາໃດຕາມຕົນຕົວ ກໍຈະອອກຕຸ່ມແດງ ແລະ ຜິວໜັງມັກມີເລືອດໄຫຼອອກ, ຖ້າບໍ່ໄດ້ຮັບການປິ່ນປົວຮັກສາເປັນພິເສດ ແມ່ນຈະບໍ່ສາມາດມີຊີວິດຢູ່ໄດ້. ເອື້ອຍ ເຈິ່ນເຟືອງລານ ເລົ່າສູ່ຟັງວ່າ: “ປີ 2010, ບັງເອີນຂ້າພະເຈົ້າໄດ້ຮູ້ວ່າ ມີເດັກຍິງຊື່ ບົງ ເປັນພະຍາດ ອີບີ, ຖືກຄອບຄົວເອົາໄປປະໄວ້ຢູ່ວັດ ໂບ່ເດ່. ຍ້ອນ ບົງ ມີໃບໜ້າທີ່ໜ້າຮັກ ສະນັ້ນ ຂ້າພະເຈົ້າ ຈຶ່ງໄດ້ຕັ້ງ fanpage ດ້ວຍການເກັບຮັກສາຮູບຂອງບົງໄວ້ໃນນັ້ນ ແລະ ນັບແຕ່ຈາກນັ້ນມາ ສະໂມສອນ ອີບີ ກໍໄດ້ຮັບການສ້າງຕັ້ງຂຶ້ນ. ຂ້າພະເຈົ້າໄດ້ຊອກຮູ້ວິທີປິ່ນປົວພະຍາດ, ວິທີຮັກສາພະຍາດ ອີບີ ດ້ວຍຕົນເອງ. ຂ້າພະເຈົ້າເອົາ ບົງ ມາລ້ຽງຢູ່ເຮືອນໄດ້ກວ່າ 1 ປີແລ້ວ, ຫຼັງຈາກນັ້ນ ບົງ ກໍໄດ້ກັບຄືນໄປຢູ່ວັດ ໂບ່ເດ່”.
TAG
VOV/VOVworld/ພະຍາດ EB/ເຈິ່ນເຟືອງລານ
Related








