VOV WorldVOV World
ນາຍ​ຄູ​ເປັນ​ຄົນພິ​ການ​ແຕ່​ຍາມ​ໃດ​ກໍ່ ສຸດ​ຈິດ​ສຸດ​ໃຈເພື່ອ​ເດັກ​ນ້ອຍ​ທຸກ​ຍາກ​
16/02/2019 07:00
(VOVWORLD) - ເມື່ອໄປຢາມບ້ານ ອຽນ, ຕາແສງ ກິມຈູຍ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ ຖາມຫານາຍຄູ ບູ່ຍວັນບິ່ງ ແມ່ນໃຜໆກໍຮູ້ຈັກ. ນັ້ນແມ່ນນາຍຄູເປັນຄົນພິການ ແຕ່ວ່າ ຫຼາຍກວ່າສິບປີມານີ້, ນາຍຄູ ບິ່ງ ເປັນຜູ້ທີ່ສຸດຈິດສຸດໃຈສອນໜັງສືໃຫ້ເດັກນ້ອຍທຸກຍາກໂດຍບໍ່ເສຍຄ່າຮຽນ. ເຖິງວ່າເປັນຄົນພິການມາແຕ່ນ້ອຍ ແລະ ຄາວນັ້ນຜູ້ເປັນພໍ່ກໍຖືກເສຍຊີວິດ, ການດຳລົງຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ນາຍຄູກໍພະຍາຍາມເພື່ອຜ່ານຜ່າໄປ, ແລະ ດຳລົງຊີວິດຢ່າງພາກພູມໃຈ ເຮັດວຽກທີ່ເປັນປະໂຫຍດໃນຊີວິດ.
ນາຍ​ຄູ​ເປັນ​ຄົນພິ​ການ​ແຕ່​ຍາມ​ໃດ​ກໍ່ ສຸດ​ຈິດ​ສຸດ​ໃຈເພື່ອ​ເດັກ​ນ້ອຍ​ທຸກ​ຍາກ​
ນາຍຄູ ບູ່ຍວັນບິ່ງ ກ່ຳພອຍພໍ່ແຕ່ຄາວມີອາຍຸ 6 ປີ ແລະ ພາຍຫຼັງອາການໄຂ້ຂຶ້ນສູງ ເມື່ອຕອນຮຽນຊັ້ນ ປ.4 ນັ້ນ ກໍເຮັດໃຫ້ນາຍຄູ ບິ່ງ ເປັນລ່ອຍ. ປີຮຽນຢູ່ຊັ້ນ ມ.5, ແມ່ຂອງນາຍຄູ ບິ່ງ ກໍປະສອງອ້າຍນ້ອງນາຍຄູ ບິ່ງ ເພື່ອກ້າວຕໍ່ໄປອີກ. ແຕ່ໃນສະພາບການຫຍຸ້ງຍາກຄືແນວນັ້ນ, ເດັກຊາຍພິການຍັງຄົງຕັ້ງໃຈຮ່ຳຮຽນ, ມີຜົນການຮຽນທີ່ດີ. ມີມື້ໜຶ່ງ, ຄູ່ຜົວເມຍໝູ່ບໍ່ຮູ້ໜັງສື ໄດ້ພາລູກມາຫານາຍຄູ ບິ່ງ ເພື່ອສອນໜັງສືໃຫ້. ບໍ່ໜ້າເຊື່ອວ່າ ຫຼັງຈາກນັ້ນ ລູກຂອງຄູ່ຜົວເມຍໝູ່ ແມ່ນມີຜົນການຮຽນທີ່ດີ, ສະນັ້ນ ມີຫຼາຍຄົນໄດ້ໄປຫານາຍຄູ ບິ່ງ ສອນໜັງສືໃຫ້ລູກຫຼານຂອງຕົນ ແລະ ນາຍຄູ ບິ່ງ ໄດ້ຕິດພັນກັບຫ້ອງຮຽນແຫ່ງຄວາມຮັກແພງນັບແຕ່ນັ້ນມາ.   ນາຍຄູ ບູ່ຍວັນບິ່ງ ຢູ່  ບ້ານ ອຽນ, ຕາແສງ ກິມຈູຍ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ (ພາບ: hoabinh.tintuc.vn)         ໃນທຸກໆຕອນເຊົ້າຂອງວັນທ້າຍອາທິດ, ທ້າວ ມິງ ນັກຮຽນຊັ້ນ ປ.4 ຂອງໂຮງຮຽນປະຖົມ, ມັດທະຍົມສົມບູນກິມຈູຍ (ເມືອງ ກິມໂບຍ - ແຂວງ ຮວ່າບິ່ງ) ກໍຕື່ນແຕ່ 6 ໂມງເຊົ້າ ເພື່ອໄປຮຽນເພີ່ມຢູ່ເຮືອນນາຍຄູ ບິ່ງ. ເຖິງວ່າຈະເລີ່ມຮຽນເວລາ 8 ໂມງກໍຕາມ ແຕ່ ມິງ ຍັງຕື່ນແຕ່ເຊົ້າ ເພື່ອພ້ອມກັບໝູ່ 2 – 3 ຄົນ ໄປຊ່ວຍນາຍຄູ ບິ່ງ ຂຶ້ນນັ່ງລໍ້ເຂັນ. ເຮືອນຂອງ ມິງ ຫ່າງຈາກເຮືອນຂອງນາຍຄູ ບິ່ງ 1 ກິໂລແມັດ, ໃຊ້ເວລາຍ່າງ 10 ນາທີ, ໃນມືຂອງ ມິງ - ເດັກຊາຍຊາວເຜົ່າ ເມື່ອງ ແມ່ນປຶ້ມຕຳລາຮຽນພາສາຫວຽດ. ເຮືອນຂອງນາຍຄູ ບິ່ງ ແມ່ນຫ້ອງຮຽນນ້ອຍໆຂອງເດັກນ້ອຍໃນໝູ່ບ້ານບໍ່ຈັກວ່າເທົ່າໃດຄົນ, ເມື່ອເຫັນສະພາບຫ້ອງຮຽນນັ້ນ ໄດ້ເຮັດໃຫ້ທຸກຄົນມີຄວາມສະເທືອນໃຈ ແລະ ຕື້ນຕັນໃຈທີ່ສຸດ. ນາຍຄູ ບິ່ງ ນັ່ງຢູ່ເທິງຕຽງ, ພວກເດັກນ້ອຍໃນເກນອາຍຸທີ່ແຕກຕ່າງກັນ ນັ່ງອ້ອມຂ້າງຟັງນາຍຄູແນະນຳສິດສອນບັນດາຫຼານນ້ອຍຮ່ຳຮຽນ. ນາຍຄູ ບິ່ງ ເລົ່າສູ່ຟັງວ່າ: ພວກນ້ອງນ້ອຍຢູ່ທີ່ນີ້ ສ່ວນຫຼາຍແມ່ນຊາວເຜົ່າ ເມື່ອງ, ໂອ້ລົມກັນດ້ວຍພາສາ ເມື່ອງ, ຍ້ອນແນວນັ້ນ ພາສາ ຫວຽດ ແມ່ນພວກຫຼານນ້ອຍຍັງເວົ້າບໍ່ເກັ່ງປານໃດ. ຂ້າພະເຈົ້າສອນໃຫ້ພວກຫຼານນ້ອຍເວົ້າພາສາ ຫວຽດ ເພື່ອໄປໂຮງຮຽນຈຶ່ງສາມາດເຂົ້າໃຈບົດຮຽນໄດ້. ນາຍຄູ ບິ່ງ ແບ່ງປັນວ່າ:         “ກ່ອນທີ່ມາຮຽນ, ພວກນ້ອງນ້ອຍຍັງບໍ່ຮູ້ອ່ານ ບໍ່ຮູ້ຂຽນ, ແຕ່ຜ່ານໄລຍະການຮ່ຳຮຽນດັ່ງກ່າວ ແມ່ນສາມາດເຮັດບົດເລກຍາກ ແລະ ຮູ້ອ່ານຮູ້ຂຽນໜັງສື, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ດີໃຈທີ່ສຸດແມ່ນເວລາທີ່ພວກຫຼານມີຜົນການຮຽນທີ່ດີ, ມີຫຼານນ້ອຍຫຼາຍຄົນໄດ້ຮັບໃບຍ້ອງຍໍ”.
TAG
VOV/VOVworld/ນາຍຄູ ບິ່ງ/ພິການ/ເປັນລອຍ/ຮວ່າບິງ/ສອນໜັງສື/ເດັກນ້ອຍທຸກຍາກ

More