ນັກແກະສະຫຼັກ ຕະກວາງບ້າວ
29/09/2018 07:00
(VOVWORLD) -ໃນຈຳນວນນັກປະພັນ 18 ທ່ານ ທີ່ເປັນກຽດໄດ້ຮັບລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີ ສິລະປະ ປີ 2016 ນັ້ນ, ວົງການວິຈິດສິນ ມີນັກແກະສະຫຼັກ ພຽງທ່ານດຽວ ທີ່ໄດ້ຮັບລາງວັນອັນສູງສົ່ງນີ້. ນັ້ນແມ່ນ ນັກແກະສະຫຼັກ ຕະກວາງບ້າວ. ນອກຈາກໄດ້ຮັບລາງວັນ ໂຮ່ຈີມິນ ແລ້ວ, ທ່ານ ຕະກວາງບ້າວ ຍັງໄດ້ຮັບຫຼາຍລາງວັນມີຊື່ສຽງອື່ນໆອີກ. ທ່ານເປັນນັກສິລະປິນທີ່ເກັ່ງຫຼາຍດ້ານ, ທັງແຕ້ມຮູບ, ທັງຄວັດແກະສະຫຼັກ, ປະຕິມາກໍາຮູບປັ້ນນຳອີກ.

ນັກແກະສະຫຼັກ ຕະກວາງບ້າວ ເກີດເມື່ອປີ 1941, ຢູ່ແຂວງ ແທັງຮ໋ວາ. ທ່ານ ເປັນກຳມະການຄະນະບໍລິຫານງານ ສະມາຄົມວິຈິດສິນ ຫວຽດນາມ ສະໄໝທີ 2 (1983 – 1989), ເປັນປະທານສະພາສິລະປະ ຂະແໜງປະຕິມາກຳ ສະໄໝທີ 5 (1999 – 2004) ແລະ ສະໄຫມທີ 6 (2004 – 2009). ທ່ານ ຕະກວາງບ້າວ ເລົ່າສູ່ຟັງວ່າ: “ ເມື່ ອຂ້າ ພະ ເຈົ້າ ຮຽນ ຈົບ ໂຮງ ຮຽນ ວິ ຈິດ ສິນອຸດ ສາ ຫະ ກຳຊັ້ນ ກາງ ແລ້ ວ ກໍ ໄດ້ ໄປ ເຮັດ ວຽກ ຢູ່ ຫໍ ພິ ພິ ທະ ພັນວິ ຈິດ ສິນ ຫວຽດ ນາມ . ຂ້າ ພະ ເຈົ້າ ເປັນ ຜູ້ ທຳ ອິດ ທີ່ ບູ ລະ ນະ ສ້ອມ ແປງ ຫໍ ພິ ພິ ທະ ພັນວິ ຈິດ ສິນ ຫວຽດ ນາມ ພ້ ອມ ກັບ ທ່ານຫົ ວ ໜ້າ ສະ ຖາ ບັນ ວິ ຈິດ ສິນ ຫວຽດ ນາມ ຫງວຽນ ໂດ໊ກຸງ . ຫຼັງ ຈາກນັ້ນ , ຂ້າ ພະ ເຈົ້າໄດ້ ໄປ ຮຽນ ຕໍ່ ແລະ ເຂົ້າເປັນ ທະ ຫານ ຢູ່ ກອງ ບັນ ຊາ ການ ທະ ຫານ ເຂດ 5. ພາຍຫຼັງ ອອກ ຈາກ ການເປັນ ທະ ຫານ ແລ້ວ , ຂ້າ ພະ ເຈົ້າກໍ ໄປ ເຮັດ ວຽກ ຢູ່ ຫໍ ພິ ພິ ທະ ພັນ ກອງ ທັບ ຫວຽດ ນາມ ” .
TAG
VOV/VOVworld/ປະຕິມາກຳ/ປະຕິມາກໍາຮູບປັ້ນ/ອະນຸສາວະລີ
Related








