ນັກສິລະປິນເປົາຂຸ່ຍ Flute ເລທືເຮືອງ ນຳເອົາສີສັນດົນຕີ ຫວຽດນາມ ໄປສະແດງໃນງານປະສານສຽງດົນຕີສາກົນຕ່າງໆ
20/10/2018 07:14
(VOVWORLD) -ເລທືເຮືອງ ກຳເນີດໃນຄອບຄົວທີ່ມີມູນເຊື້ອດ້ານສິລະປະດົນຕີ, ຄວາມຮັກທີ່ມີຕໍ່ກັບສິລະປະໃນຕົວຂອງ ເຮືອງ ໄດ້ເກີດຂຶ້ນແບບທຳມະຊາດ. ດ້ວຍຄວາມເມົາມົວ ແລະ ຜູກພັນກັບຂຸ່ຍ flute ນັບແຕ່ຄາວຍັງນ້ອຍ, ເລທືເຮືອງ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງຕົນຢ່າງໄວວາ ແລະ ໄດ້ຮຽນຈົບຢູ່ສະຖາບັນດົນຕີ ຫວຽດນາມ ດ້ວຍກຽດນິຍົມອັນດັບ 1 ໃນປີ 2001. ຫຼັງຈາກນັ້ນ ເຮືອງໄດ້ໄປຮຽນຕໍ່ຢູ່ສະຖາບັນດົນຕີ ລາຊະວົງ ແດນມາກ ເປັນເວລາ 4 ປີແລະ ຮຽນກັບບັນດານັກສິລະປິນເປົາຂຸ່ຍທີ່ມີຊື່ສຽງໃນໂລກ. ເຮືອງ ໄດ້ໄປສະແດງຢູ່ງານສະແດງສິລະປະດົນຕີສາກົນຫຼາຍຄັ້ງ ແລະ ໄດ້ປະສົບຜົນສຳເລັດເມື່ອຍາມໃດລາວກໍໄດ້ເອົາສີສັນດົນຕີຫວຽດນາມ ເຂົ້າໃນການສະແດງຂອງຕົນ.

ດ້ວຍຄວາມຮັກ ແລະ ຜູກພັນກັບດົນຕີພື້ນເມືອງ, ແຕ່ ເລທືເຮືອງ ພັດໄດ້ຮັບການແນະນຳຈາກຄອບຄົວໃຫ້ຮຽນເປົາຂຸ່ຍ flute, ເຊິ່ງແມ່ນເຄື່ອງດົນຕີປະເພດໜຶ່ງ ທີ່ເຄີຍໄດ້ໃຊ້ໃນກອງດົນຕີປະສານສຽງແບບຄຼາດຊິກຂອງຝ່າຍຕາເວັນຕົກ. ໃນໄລຍະນັ້ນ ຜູ້ຮຽນເປົາຂຸ່ຍ flute ບໍ່ມີຫລາຍ ຍ້ອນ ຂຸ່ຍ flute ບໍ່ໄດ້ນຳໃຊ້ຄືດົນຕີປະເພດອື່ນໆ ຄື: piano, violin ຫຼື guitar. ດ້ວຍຄວາມມານະພະຍາຍາມຂອງຕົນ ສະນັ້ນ ເຮືອງ ເຊິ່ງໄດ້ຮັບໃບປະກາດກຽດນິຍົມອັນດັບ 1 ຢູ່ສະຖາບັນດົນຕີ ຮ່າໂນ້ຍ, ຫຼັງຈາກນັ້ນໄດ້ໄປຮຽນຍົກລະດັບຢູ່ສະຖາບັນດົນຕີ ລາຊະວົງ ແດນມາກ, ປັດຈຸບັນ ເຮືອງ ພວມໄປຮຽນໃນຫຼັກສູດປະລິນຍາເອກຢູ່ມະຫາວິທະຍາໄລ Texas ເໜືອ, ອາເມລິກາ. ເຖິງວ່າເປັນນັກສິລະປິນທີ່ເສບດົນຕີຄຼາດຊິກຝ່າຍຕາເວັນຕົກສະເພາະ ແລະ ໄດ້ສຳຜັດກັບດົນຕີປະເພດນີ້ແຕ່ຄາວຍັງນ້ອຍກໍຕາມ ແຕ່ຍາມໃດ ເຮືອງ ກໍມີຄວາມສຳນຶກໃນການຮັກສາ ແລະ ເສີມຂະຫຍາຍດົນຕີພື້ນເມືອງຂອງຊາດຕົນເມື່ອສະແດງບົດປະພັນດົນຕີຕ່າງໆຂອງ ຫວຽດນາມ. ເລທືເຮືອງ ແບ່ງປັນວ່າ: “ປັດຈຸບັນ ຂ້າພະເຈົ້າພວມຮຽນຊັ້ນປະລິນຍາເອກຢູ່ ອາເມລິກາ ແຕ່ເວລາໃດກໍຄິດຮອດຄິດເຖິງ ຫວຽດນາມ ແລະ ວິທີທີ່ດີທີ່ສຸດໃນການຮັກສາການຕິດຕໍ່ໃຫ້ເປັນປົກກະຕິ, ໄດ້ເຮັດອາຊີບ ແລະ ກໍແມ່ນຄວາມຮັບຜິດຊອບຂອງຕົນໃນພາລະກິດການສະແດງນັ້ນ ຍາມໃດຂ້າພະເຈົ້າກໍຮັກສາການພົວພັນ ແລະ ພົບປະແລກປ່ຽນກັບທ່ານຜູ້ຊົມຢ່າງເປັນປະຈຳ, ພິເສດແມ່ນຜູ້ຊົມທີ່ຢູ່ທາງບ້ານ. ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າມີຕາຕະລາງເຮັດວຽກ ແລະ ຕາຕະລາງຮຽນເຕັມຢູ່ ອາເມລິກາ ແຕ່ຍາມໃດຂ້າພະເຈົ້າກໍຍາດເວລາກັບເມືອບ້ານໃນຍາມພັກແລ້ງ ເພື່ອໄປພົບປະກັບບັນດາຜູ້ຊົມທີ່ຢູ່ທາງບ້ານ”. ເລື່ອງຫຼິ້ນດົນຕີຂອງຝ່າຍຕາເວັນຕົກ ແລະ ສ່ວນຫຼາຍແມ່ນບັນດາບົດປະພັນຂອງຝ່າຍຕາເວັນຕົກ, ແຕ່ເມື່ອທຳການສະແດງ ເຮືອງ ກໍພະຍາຍາມຄົ້ນຫາປັດໄຈ ແລະ ສີສັນຂອງ ຫວຽດນາມ ຍ້ອນສິ່ງເຫຼົ່ານັ້ນໄດ້ມີຢູ່ໃນຕົວຂອງ ເຮືອງ ແລ້ວ.
TAG
VOV/VOVworld/ເປົາຂຸ່ຍ Flute/ເລທືເຮືອງ
Related








