ພິທີເປີດປະຕູປ່າຂອງຊາວເຜົ່າ ຢ້າວ
22/09/2018 06:00
(VOVWORLD) -ຊົນເຜົ່າ ຢ້າວ ຢູ່ແຂວງ ລ່າວກາຍ ມີຫຼາຍຮີດຄອງປະເພນີທີ່ແປກປະຫຼາດ ແລະ ງານບຸນທີ່ເປັນເອກະລັກສະເພາະ. ພິທີເປີດປະຕູປ່າ ຂອງຊາວເຜົ່າ ຢ້າວ ຢູ່ບ້ານ ແຈ່ງ, ຕາແສງ ຊວນຢາວ, ເມືອງ ບ໋າວຖັງ, ແຂວງ ລ່າວກາຍ ໄດ້ສ້ອນແຝງຫລາຍສິ່ງຫຼາຍຢ່າງທີ່ເປັນໜ້າປະທັບໃຈ. ບົດຂຽນ: “ພິທີເປີດປະຕູປ່າຂອງຊາວເຜົ່າ ຢ້າວ” ຂອງນັກຂ່າວ ທູຮັ່ງ.

ເພື່ອກະກຽມໃຫ້ແກ່ພິທີບູຊາເປີດປະຕູປ່າ, ບັນດາຄອບຄົວໃນບ້ານ ແຈ່ງ ຕ້ອງເຮັດອະນາໄມມ້ຽນມັດເຮືອນຊານ, ຈັດແຕ່ງຮ້ານບູຊາບັນພະບຸລຸດກ່ອນມື້ເຮັດພິທີ ແລະ ເລືອກເອົາຊຸດອາພອນປະຈຳເຜົ່າທີ່ງາມກວ່າໝູ່ມານຸ່ງເພື່ອເຂົ້າຮ່ວມພິທີ. ພິທີເປີດປະຕູປ່າ ມີ 2 ພາກສ່ວນຄື: ພາກສ່ວນພິທີກຳ ແລະ ພາກສ່ວນງານບຸນ, ຕາມປົກກະຕິແມ່ນໄດ້ຈັດຂຶ້ນຢູ່ເຂດປ່າຫວງຫ້າມຂອງໝູ່ບ້ານ ໃນໂອກາດຕົ້ນລະດູບານໃໝ່ວຽນມາຂອງແຕ່ລະປີ. ເປີດສາກແມ່ນພິທີບູຊາຕົ້ນໄມ້ທີ່ເປັນພໍ່ ແລະ ເປັນແມ່. ໝໍເຢົາ ຂໍອະນຸຍາດເທວະດາ, ເຈົ້າກົກໄມ້, ບັນພະບຸລຸດ, ມື້ນີ້ແມ່ນມື້ສັນວັນດີ ປະຊາຊົນໃນໝູ່ບ້ານມີ ຊີ້ນ, ເຫຼົ້າ, ດອກໄມ້ທູບທຽນ ມາຖະຫວາຍໃຫ້ບັນດາເທວະດາຟ້າແຖນເຈົ້າປ່າເຈົ້າເຂົາເພື່ອເປີດປະຕູປ່າ.
TAG
VOV/VOVworld/ພິທີເປີດປະຕູປ່າ/ ລາວກາຍ/ຊົນເຜົ່າຢ້າວ/ເຈົ້າປ່າເຈົ້າເຂົາ
Related








