ສິລະປະໃນການເຮັດ ພິນຕິ໊ງ ຂອງຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ
29/12/2018 05:50
(VOVWORLD) -ພິນຕິ໊ງ ແມ່ນເຄື່ອງດົນຕີປະເພດຫນຶ່ງທີ່ພົ້ນເດັ່ນຂອງພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່, ນຸ່ງ, ຜູ້ໄທ ເວົ້າລວມ. ພິນຕິ໊ງໄດ້ໃຊ້ເຂົ້າໃນຊີວິດແຫ່ງຈິດວິນຍານ, ໃນງານບຸນ, ການຮ້ອງລຳທຳເພງ, ຂັບກ້ຽວ, ຜູກມິດ.

ເຖິງຢ່າງໃດກໍຕາມ, ແຕ່ລະຊົນເຜົ່າຢູ່ແຕ່ລະທ້ອງຖິ່ນ ກໍສືບທອດສິລະປະໃນການເຮັດພິນຕິ໊ງທີ່ແຕກຕ່າງກັນ. ບົດຂຽນຂອງນັກຂ່າວ ເລເຟືອງ ແນະນຳບົດ “ສິລະປະໃນການເຮັດ ພິນຕິ໊ງ ຂອງ ພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ”. ພິນຕິ໊ງ ໃນດົນຕີຂອງຊາວເຜົ່າ ໄຕ່ ແມ່ນມີທີ່ຕັ້ງ ແລະ ບົດບາດສຳຄັນ. ພິນຕິ໊ງ ທັງເປັນສຽງຂຶ້ນນຳ, ທັງເປັນສຽງບັນເຟີ (Buffer) ແລະ ກໍທັງເປັນສຽງຂັບຮ້ອງທີສອງ, ເພີ່ມເຕີມໃຫ້ແກ່ສຽງຂັບຮ້ອງຂອງນັກສິລະປິນຂັບລຳເພງພື້ນເມືອງ. ພິນຕິ໊ງ ແມ່ນນອນໃນພິນປະເພດສາຍ. ເມື່ອດີດພິນ ແມ່ນໃຊ້ນິ້ວຊີ້ຂອງມືເບື້ອງຂວາດີດ. ບໍ່ມີເທົ່າໃດຄົນທີ່ຮູ້ວ່າ ຕ້ອງຜ່ານຂັ້ນຕອນທີ່ສັບສົນຫຍຸ້ງຍາກຫຼາຍປານໃດ ຈຶ່ງສ້າງເປັນພິນຕິ໊ງໄດ້. ພິນຕິ໊ງ ລວມມີບັນດາພາກສ່ວນຕົ້ນຕໍຄືໜ່ວຍພິນ ເຊິ່ງເຮັດດ້ວຍໝາກນ້ຳເຕົ້າແຫ້ງເຄິ່ງໜ່ວຍ, ດ້າມຈັບຕາມປົກກະຕິແລ້ວ ແມ່ນເຮັດດ້ວຍໄມ້ມອນ, ສາຍພິນແມ່ນເຮັດດ້ວຍເສັ້ນໃຍທອງຂອງຈັກລົດ. ການເຮັດພິນຕິ໊ງ ຍາກທີ່ສຸດແມ່ນການຊອກໝາກນ້ຳເຕົ້າ. ຕ້ອງເລືອກເອົາໜ່ວຍທີ່ບໍ່ໃຫຍ່ ແລະ ບໍ່ນ້ອຍເກີນໄປ, ປາກມົນກົມ, ມີຮອບນອກແຕ່ 60 - 70 ຊັງຕີແມັດ, ຕ້ອງເອົາໜ່ວຍແກ່, ມີຮູບຊົງພາຍນອກມົນງາມ, ເປືອກໜາ, ເວລາເຄາະຕ້ອງມີສຽງທຸ້ມ, ຄືແນວນັ້ນ ພິນຈຶ່ງມີສຽງທີ່ໄດ້ມາດຕະຖານ. ລຸງ ດ່າມຊວັນຮວ່າ, ຊາວເຜົ່າ ໄຕ່ ເຊິ່ງເປັນຊ່າງເຮັດພິນຕິ໊ງ ຢູ່ ກາວບັ່ງ ໃຫ້ຮູ້ວ່າ: “ເລືອກເອົາໝາກນ້ຳເຕົ້າແກ່, ເມື່ອນຳມາແລ້ວຕ້ອງຕັດສ່ວນເທິງຖີ້ມ, ເອົາໃນອອກ ແລະ ແຊ່ນ້ຳ 1 ອາທິດ ແລ້ວນຳມາລ້າງໃຫ້ສະອາດ, ຕາກໃຫ້ແຫ້ງ. ເມື່ອຕາກແຫ້ງແລ້ວ, ຂັ້ນຕອນທີສອງແມ່ນແຊ່ໃສ່ນໍ້າປູນປະມານ 2 – 3 ມື້. ຈຸດປະສົງໃນການແຊ່ນໍ້າປູນ ແມ່ນເພື່ອກັນບໍ່ໃຫ້ມອດກິນ. ຖ້າບໍ່ແຊ່ ແມ່ນພຽງແຕ່ໃຊ້ໄດ້ໄລຍະໜຶ່ງ ໝາກນ້ຳເຕົ້າກໍຈະເປັນມອດ, ໜ່ວຍບໍ່ແຂງ ແລະ ສຽງກໍຕ່າງ”. ພາຍຫຼັງຕາກໝາກນ້ຳເຕົ້າແຫ້ງແລ້ວ ກໍນຳມາເຈາະເປັນຮູຢູ່ອ້ອມໜ່ວຍ ເພື່ອສ້າງສຽງໃຫ້ພິນ. ຂະໜາດຂອງຮູທີ່ເຈາະ ກໍຕ້ອງອີງຕາມຂະໜາດໃຫຍ່ ຫຼື ນ້ອຍຂອງໝາກນ້ຳເຕົ້າ.ລຸງ ຮວ່າ ແບ່ງປັນວ່າ: “ເມື່ອກ່ອນ ບັນດາຜູ້ເຖົ້າຜູ້ແກ່ເຈາະຮູຢູ່ພື້ນລຸ່ມຂອງພິນ ສະນັ້ນ ເມື່ອເວລາດີດພິນ, ເອົາພິນແນບຕິດໃສ່ຄີງ, ເຮັດໃຫ້ສຽງພິນດັງອອກມານອກບໍ່ໄດ້. ເຈາະຮູຂອງພິນຢູ່ 6 ຈຸດ, ແຕ່ລະຈຸດມີ 9 ຮູ, ທັງໝົດແມ່ນ 54 ຮູ. ໝາກນ້ຳເຕົ້າໜ່ວຍນ້ອຍ ແມ່ນເຈາະຮູນ້ອຍ, ໜ່ວຍໃຫຍ່ແມ່ນເຈາະຮູໃຫຍ່ ເພື່ອໃຫ້ສຽງຂອງພິນດັງອອກມາ. ເມື່ອດີດມີສຽງດັງຂຶ້ນ, ຟັງສຽງພິນບັນລຸມາດຕະຖານແລ້ວກໍໄດ້, ຖ້າຫາກຍັງບໍ່ໄດ້ແມ່ນຕ້ອງເຈາະຮູຕື່ມອີກ”.
TAG
VOV/VOVworld/ພິນຕິ໊ງ/ໄມ້ເນື້ອອ່ອນ/ໝາກນໍ້າເຕົ້າ/ແຂວງ ກາວບັ່ງ
Related








