ສິລະປະໃນການເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນເຜົ່າ ກາວລານ, ແຂວງ ບັ໊ກຢາງ
15/12/2018 06:13
(VOVWORLD) -ແຕ່ກີ້ແຕ່ກ່ອນ, ຊາວເຜົ່າ ກາວລານ ຢູ່ບ້ານ ແຄແງ, ຕາແສງ ລຸກເຊີນ, ເມືອງ ລຸກນາມ, ແຂວງ ບັ໊ກຢາງ ດຳລົງຊີວິດແບບກຸ້ມຕົນເອງ, ຍ້ອນແນວນັ້ນ, ປະຊາຊົນຈຶ່ງເຮັດອາຊີບຫັດຖະກເກັ່ງໄດ້ຫຼາຍຢ່າງ, ໃນນັ້ນ ມີອາຊີບເຮັດເຈ້ຍສາ. ຕາມບັນດາຜູ້ອາຍຸສູງແລ້ວ, ອາຊີບເຮັດເຈ້ຍສາໃນເມື່ອກ່ອນ ແມ່ນຂະຫຍາຍຕົວ ແລະ ໄດ້ຮັບຄວາມນິຍົມທີ່ສຸດ. ແຂກທ່ອງທ່ຽວທີ່ມາຈາກແຂວງ ກວ໋າງນິງ, ຫ໋າຍຟ່ອງ, ຮ່າໂນ້ຍ ກໍມາຊອກຊື້ເຈ້ຍສາທີ່ມີຄຸນນະພາບດີຂອງຊາວເຜົ່າ ກາວລານ ຢູ່ທີ່ນີ້ເປັນຈໍານວນຫຼວງຫຼາຍ. ບົດຂຽນຂອງ ເລເຟືອງ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ສິລະປະໃນການເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນ ກາວລານ, ແຂວງ ບັ໊ກຢາງ”.

ບໍ່ມີຜູ້ໃດຮູ້ໄດ້ວ່າ ອາຊີບເຮັດເຈ້ຍສາຂອງຊາວເຜົ່າ ກາວລານ ກຳເນີດເກີດຂຶ້ນມາແຕ່ເມື່ອໃດ, ບັນດາຜູ້ອາຍຸສູງໃນໝູ່ບ້ານ ກໍຮູ້ພຽງແຕ່ວ່າ ເມື່ອຕົນເຕີບໃຫຍ່ຂຶ້ນມາກໍໄດ້ຍິນສຽງສາກຕຳ, ສຽງທຸບເຈ້ຍດັງຕຸບຕັບໆຈົນຊອດແຈ້ງ… ຊົນເຜົ່າ ກາວລານ ດຳລົງຊີວິດແບບຍົກຍ້າຍຖິ່ນຖານ, ສ່ວນຫຼາຍດຳລົງຊີວິດຢູ່ໃນປ່າ ໄປຊອກຫາຊື້ເຈ້ຍບໍ່ໄດ້, ສະນັ້ນ ເຂົາເຈົ້າ ຈຶ່ງເຮັດເຈ້ຍຊະນິດນີ້ອອກມາເພື່ອຮັບໃຊ້. ພໍ່ແມ່ປະຊາຊົນບໍ່ພຽງແຕ່ເອົາເຈ້ຍມາເຮັດເປັນປື້ມເພື່ອຂຽນເທົ່ານັ້ນ ຫາກຍັງນຳມາໃຊ້ເພື່ອແຕ້ມຮູບ, ຄວັດແຕ້ມລວດລາຍຕ່າງໆອີກດ້ວຍ. ເຈ້ຍແຕ່ລະໃບ ກໍແມ່ນພາກສ່ວນສຳຄັນຕົ້ນຕໍເພື່ອໃຫ້ບັນດານັກສິລະປະການແຕ້ມພາບພື້ນເມືອງ ຫລື ແຕ້ມຮູບສັດ ເພື່ອຮັບໃຊ້ໃຫ້ແກ່ການໄຫວ້ບູຊາ, ພິທີກຳ, ງານບຸນຕ່າງໆ… ເອື້ອຍ ຫງວຽນທິມາຍແທັງ, ພະນັກງານຫໍພິພິທະພັນແຂວງ ບັ໊ກຢາງ ໃຫ້ຮູ້ວ່າ: “ກ່ອນນີ້ ເຂົາເຈົ້າເຄີຍຄວັດລວດລາຍໃສ່ເຈ້ຍສາ ເພື່ອໃຊ້ໃນບັນດາພິທີກຳດັ້ງເດີມ. ຕົວຢ່າງຄືໃນງານສົບ, ເຂົາເຈົ້າຄວັດລວດລາຍໃສ່ເຈ້ຍ ເພື່ອເຮັດພິທີບູຊາ, ຄ້າຍຄືກັນກັບບູຊາ. ຕໍ່ມາ ເຂົາເຈົ້າ ຈຶ່ງເຮັດເປັນປື້ມ, ໃຊ້ເພື່ອຂຽນຕົວໜັງສື”. ນອກນັ້ນ, ເຈ້ຍສາຍັງໄດ້ນຳໃຊ້ເພື່ອຈົດປະຫວັດຂອງບັນດາສະມາຊິກໃນວົງຕະກຸນ ນັບແຕ່ເວລາ, ວັນເດືອນປີເກີດ ຮອດເວລາເສຍຊີວິດ ເພື່ອເກັບຮັກສາໄວ້ໃຫ້ລຸ້ນຕໍ່ໄປ. ເຈ້ຍສາໄດ້ເຂົ້າໄປໃນຊີວິດແຫ່ງຈິດວິນຍານ ແລະ ມັນປຽບເໝືອນເຊືອກ “ເຊື່ອມຕໍ່” ລະຫວ່າງຜູ້ທີ່ຍັງມີຊີວິດ ກັບຜູ້ທີ່ເສຍຊີວິດແລ້ວ ແລະ ເບິ່ງຄືວ່າເປັນການບອກເຕືອນໃຫ້ທຸກຄົນ ຍາມໃດກໍລະນຶກເຖິງບັນພະບູລຸດ, ກົກເຄົ້າເຫງົ້າກໍຂອງຕົນ.
TAG
VOV/VOVworld/ກາວລານ/ເຮົາເປົາ/ໄມ້ເປັນເຄືອ/ເຈ້ຍສາ
Related








