VOV WorldVOV World
ຊຸດອາພອນປະຈຳເຜົ່າຂອງແມ່ຍິງ ແຂວງ ເຊີນລາ ເຕັມໄປດ້ວຍສີສັນຫລາກຫລາຍ
06/10/2018 07:00
(VOVWORLD) -ປັດຈຸບັນ, ແຂວງ ເຊີນລາ ມີ 18 ຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ, ແຕ່ລະຊົນເຜົ່າ ກໍລ້ວນແຕ່ມີຮີດຄອງປະເພນີທີ່ແຕກຕ່າງກັນ, ຕາມນັ້ນແລ້ວ, ຊຸດອາພອນກໍມີບັນດາເອກະລັກສະເພາະ ດ້ວຍສີສັນລວດລາຍທີ່ເປັນເອກກະລັກພິເສດ. ສຳລັບຊາວຊົນເຜົ່າ ຢູ່ແຂວງ ເຊີນລາ ເກືອບທັງໝົດ, ຊຸດອາພອນປະຈຳເຜົ່າ ແມ່ນໜຶ່ງໃນບັນດາປັດໄຈທີ່ສ້າງເປັນສີສັນວັດທະນະທຳຂອງເຜົ່າຕົນ. ຊຸດອາພອນ ທັງແມ່ນເຄື່ອງໝາຍທໍາອິດ ເພື່ອຮູ້ຈັກເຖິງ, ທັງເປັນການສ່ອງແສງເຖິງດ້ານເສດຖະກິດ, ສັງຄົມຂອງເຂດຊົນເຜົ່າ ແລະ ກໍ່ເປັນການຢັ້ງຢືນເຖິງຂີດໝາຍປະຫວັດສາດແຫ່ງຍຸກສະໄໝຂອງເຜົ່າພັນຕ່າງໆ.
ຊຸດອາພອນປະຈຳເຜົ່າຂອງແມ່ຍິງ ແຂວງ ເຊີນລາ ເຕັມໄປດ້ວຍສີສັນຫລາກຫລາຍ
ຜູ້ໃດທີ່ເຄີຍໄປຢ້ຽມຢາມເຂດ ໄຕບັກ (ທິດຕາເວັນຕົກສ່ຽງເໝືອຂອງ ຫວຽດນາມ) ກໍຕົກຕະລຶງຕໍ່ກັບຮູບຊົງຂອງບັນດາແມ່ຍິງເຜົ່າຜູ້ໄທ ໃນຊຸດອາພອນປະຈຳເຜົ່າ ດ້ວຍເສື້ອກ້ອມ, ສິ້ນສີດຳ ແລະ ຜ້າປຽວ (ແພຄຽນຫົວ) ເຊິ່ງໄດ້ປຽບເຫມືອນດອກບານທີ່ສວຍສົດງົດງາມ. ນັບແຕ່ຄາວຍັງນ້ອຍ, ແມ່ຍິງຊາວເຜົ່າຜູ້ໄທ ກໍໄດ້ຮຽນວິທີຮັດແພຮັດແອວ  ເພື່ອໃຫຍ່ຂຶ້ນມາ ຈຶ່ງມີຮູບຮ່າງແອວກິ່ວ. ຍ້ອນແນວນັ້ນ, ແມ່ຍິງເຜົ່າຜູ້ໄທ ບໍ່ວ່າຢູ່ໃນເກນອາຍຸໃດກໍລ້ວນແຕ່ມີຮູບຮ່າງທີ່ສະໝ່ຳສະເໝີ ແລະ ຍິ່ງມີຄວາມໂດດເດັ່ນກວ່າເມື່ອນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ. ເພື່ອໃຫ້ມີຊຸດອາພອນທີ່ດຶງດູດຕະການຕາຄືແນວນັ້ນ, ແມ່ຍິງເຜົ່າຜູ້ໄທ ຕ້ອງໄດ້ປະສົມປະສານຄວາມລະອຽດລະອໍແຕ່ລະຢ່າງໃຫ້ຄ່ອງແຄ້ວ, ຄຽງຄູ່ກັນນັ້ນ ສີສັນ, ຮູບແບບລວດລາຍ ຫຼື ເຄື່ອງປະດັບກໍຕ້ອງມີຫຼາຍຮູບຫລາຍແບບທີ່ສຸດ, ເໝາະສົມກັບເອກະລັກພິເສດສຳລັບຊາວໄທຂາວ ແລະ ໄທດຳ. ເອື້ອຍ ລໍ່ທິອ໋ຽນ, ຊາວເຜົ່າຜູ້ໄທ, ເມືອງ ມົກເຈົາ, ແຂວງ ເຊີນລາ ແບ່ງປັນວ່າ:         “ ດ້ວຍ ຈຸດທີ່ເປັນເອກະລັກສະເພາະຂອງ ຊົນ ເຜົ່າ ຜູ້ ໄທ , ສະ ນັ້ນ ເມື່ອ ໂອ ກາດ ວັນ ບຸນເຕັດ ຫຼື ງານ ບຸນ ຕ່າງໆ ວຽນມາ , ພວກ ຂ້າ ພະ ເຈົ້າ ກໍ ພ້ອ ມ ກັນ ນຸ່ງ ບັ ນ ດາຊຸດ ອາ ພອນປະ ຈຳ ເຜົ່າ ຂອງ ຕົນ . ສຳ ລັບ ຊົນເຜົ່າ ຜູ້ ໄທ , ຈຸດ ທີ່ ເອກ ອ້າງ ທະ ນົງ ໃຈ ທີ່ ສຸດ ຂອງ ບັນ ດາແມ່ ຍິງ ນັ້ນ ແມ່ນ ເສື້ອ ກ້ອມ ແລະ ສິ້ນ . ພິ ເສດ , ຈຸ ດ ສຳ ຄັນ ທີ່ບໍ່ ອາດ ຂາດ ໄດ້ ເຊິ່ງ ໄປ ຄຽງ ຄູ່ ກັນ ກັບ ຊຸດ ອາ ພອນ ນັ້ນ ແມ່ນ ຜ້າ ປຽວ ( ແພ ຄຽນ ຫົວ ). ຍາມ ໃດ ຂ້າ ພະ ເຈົ້າ ກໍ່ ມີ ຄວາມ ເອກ ອ້າງ ທະ ນົງ ໃຈ ຍ້ອນ ໄດ້ ເກີດ ມາ ເປັນ ຄົນຊາວ ເຜົ່າ ຜູ້ ໄທ ” .
TAG
VOV/VOVworld/ຜ້າປຽວ/ແພຄຽນຫົວ/ຄ່ອງແຄ້ວ/ເສື້ອກ້ອມ/ເຊີນລາ/ຊຸດອາພອນ