VOV WorldVOV World
ທ່ານ ຕະດິ່ງຮູຍ ຜູ້ປະດິດສ້າງເຄື່ອງຈັກກະສິກຳອະເນກປະສົງ
14/09/2018 10:28
(VOVWORLD) -ເຖິງວ່າ ຮຽນຈົບພຽງແຕ່ຊັ້ນມັດທະຍົມຕອນປາຍ ແລະ ບໍ່ໄດ້ເຂົ້າຮ່ວມຊຸດຮຽນກ່ຽວກັບກົນຈັກ, ເຕັກນິກທາງການໃດໆກໍຕາມ ແຕ່ດ້ວຍຄວາມເມົາມົວ ແລະ ມີຫົວຄິດປະດິດສ້າງ, ອ້າຍ ຕະດິ່ງຮູຍ ຢູ່ ບ້ານ ອານໝີ໋, ຕາແສງ ເທຶ້ອງວຶກ ເມືອງ ເຈືອງໝີ໋ ນະຄອນ ຮ່າໂນ້ຍ ກໍໄດ້ປະສົບຜົນສຳເລັດໃນການປະດິດສ້າງເຄື່ອງຈັກກະສິກຳອະເນກປະສົງ. ບັນດາເຄື່ອງຈັກກະສິກຳເຫລົ່ານີ້ ໄດ້ຊ່ວຍພໍ່ແມ່ຊາວກະສິກອນຫລຸດຜ່ອນແຮງງານ ແລະ ນຳມາເຊິ່ງສະມັດຕະພາບສູງ.
ທ່ານ ຕະດິ່ງຮູຍ ຜູ້ປະດິດສ້າງເຄື່ອງຈັກກະສິກຳອະເນກປະສົງ
ຕະດິ່ງຮູຍ ເກີດປີ 1982, ຄວາມໄຝ່ຝັນຢາກເຂົ້າຮຽນຢູ່ມະຫາວິທະຍາໄລກົນຈັກຂອງຊາຍໜຸ່ມທີ່ຮຽນຢູ່ຫ້ອງມໍ 5 ທີ່ພວມເຕັມໄປດ້ວຍຄວາມຫວັງນັ້ນ ທັນໃດກໍຖືກ “ຢຸດສະງັກ” ເມື່ອພໍ່ຂອງ ຮູຍ ເສຍຊີວິດ. ຍ້ອນເສົາຄ້ຳທາງດ້ານເສດຖະກິດ ແລະ ດ້ານຈິດໃຈຂອງຄອບຄົວບໍ່ມີແລ້ວ ແລະ ອີຕົນແມ່ທີ່ຕ້ອງຂະຫຍັນເຮັດວຽກຢ່າງໜັກ ເພື່ອລ້ຽງ 2 ອ້າຍນ້ອງກິນຢູ່ ຮ່ຳຮຽນ, ສະນັ້ນ ຕະດິ່ງຮູຍ ໄດ້ປະຄວາມໄຝ່ຝັນ, ເມື່ອຮຽນຈົບມໍ 7, ຮູຍ ໄດ້ໄປແຂວງ ຖ໋າຍງວຽນ ສ້າງອາຊີບ ດ້ວຍການຮຽນວິຊາຊີບ ຂະແໜງສ້ອມແປງລົດຈັກ. ເມື່ອຮຽນຈົບວິຊາຊີບ, ອ້າຍ ຮູຍ ກັບເມືອເປີດຮ້ານຢູ່ບ້ານ, ຫນູນຊ່ວຍເສດຖະກິດໃຫ້ຄອບຄົວ. ຍ້ອນເປັນຄົນທີ່ມັກຊອກຮູ້ຮ່ຳຮຽນ, ນອກຈາກວຽກສ້ອມແປງລົດຈັກແລ້ວ, ຮູຍ ຍັງມີຄວາມເມົາມົວໃນການຄົ້ນຄວ້າປະດິດຄິດສ້າງເຄື່ອງຈັກກະສິກຳ ທີ່ສ້າງຄວາມສະດວກໃຫ້ແກ່ຊາວກະສິກອນນຳອີກ. ອ້າຍ ຕະດິ່ງຮູຍ ເລົ່າສູ່ຟັງວ່າ:         “ ດ້ວຍ ຄວາມ ເມົາ ມົ ວ ຂອງ ຂ້າ ພະ ເຈົ້າ ເອງ ແມ່ນ ອາ ຊີບ ກ່ຽວ ກັບ ກົນ ຈັກ . ທຳ ອິດ ຂ້າ ພະ ເຈົ້າ ເຮັດພຽງ ແຕ່ ບັນ ດາ ສິ່ງ ທີ່ ກ່ຽວ ຂ້ອງ ເຖິງ ດ້ານຄ ົມ ມະ ນາ ຄົມ ເທົ່າ ນັ້ນ , ຫລັງຈາກນັ້ນ ຂ້າ ພະ ເຈົ້າໄດ້ ຕັດ ສິນ ໃຈ ເຮັດ ເຄື່ອງ ຈັກ ຮັບ ໃຊ້ ໃຫ້ ແກ່ ວຽກ ງານ ກະ ສິກ ຳ ຕື່ມ ອີກ . ຂ້າ ພະ ເຈົ້າ ເຮັດ ເຄື່ອງ ຈັກ ຮັບ ໃຊ້ ໃຫ້ ແກ່ ວຽກ ງານ ກະ ສິກ ຳ ກໍ ຍ້ອນ ວ່າ ຂ້າ ພະ ເຈົ້າແມ່ນ ຜູ້ ໜຶ່ງ ທີ່ເປັນ ຊາວ ກະ ສິກ ອນ . ຂ້າ ພະ ເຈົ້າ ມີຄວາມ ເຂົ້າ ໃຈ ແຈ້ງ ເຖິງ ຄວາມ ລຳ ບາກ ຂອງຊາວ ກະ ສິກ ອນ ແລະ ວຽກ ງານ ຂອ ງ ເຂົາ ເຈົ້າ ” .
TAG
VOV/VOVworld/ເຄື່ອງຈັກກະສິກຳ/ຕະດິ່ງຮູຍ/ອະເນກປະສົງ