VOV WorldVOV World
​ທ່ານ ຫຼີ​ ກວ່ນ, ເສດ​ຖີ​ເງິນ​ຕື້ ​ຊາວ​ເຜົ່າຂະ​ແມ ທຳ​ການ​ຜະ​ລິດ​ເກັ່ງ
09/02/2019 04:00
(VOVWORLD) -ດຸໝັ່ນຂະຫຍັນພຽນ, ອົດທົນໃນການອອກແຮງງານ, ປະຢັດໃນການໃຊ້ຈ່າຍ, ກ້າກັ່ນໃນການນຳໃຊ້ຄວາມກ້າວໜ້າຂອງວິທະຍາສາດເຕັກນິກເຂົ້າໃນການຜະລິດ, ອັນໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງທ່ານ ຫຼີກວ່ນ ຢູ່ບ້ານ ໄດໂຊ, ຕາແສງ ແທ້ງກວ່ນ, ເມືອງ ໝີ໊ຊວຽນ, ແຂວງ ຊ໋ອກຈັງ ສ້າງຄວາມຮັ່ງມີແລະ ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານແມ່ນແບບຢ່າງຊາວກະສິກອນທຳການຜະລິດເກັ່ງໃນຫຼາຍປີຢ່າງລຽນຕິດ ດ້ວຍລາຍຮັບໃນແຕ່ລະປີແມ່ນກວ່າຕື້ດົ່ງ.
​ທ່ານ ຫຼີ​ ກວ່ນ, ເສດ​ຖີ​ເງິນ​ຕື້ ​ຊາວ​ເຜົ່າຂະ​ແມ ທຳ​ການ​ຜະ​ລິດ​ເກັ່ງ
ຢູ່ຕາແສງ ແທ້ງກວ່ຍ, ເມືອງ ໝີ໊ຊວຽນ, ແຂວງ ຊ໋ອກຈັງ ໃຜໆກໍຮູ້ຈັກຄອບຄົວທ່ານ ຫຼີກວ່ນ, ຊາວກະສິກອນຊົນເຜົ່າ ຂະແມ ທີ່ທຳການຜະລິດເກັ່ງ. ທ່ານ ຫຼີກວ່ນບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ ຫາກຍັງແບ່ງປັນບັນດາບົດຮຽນ, ຊ່ວຍເຫຼືອຄອບຄົວຊາວກະສິກອນໃນຕາແສງຫຼາຍຄອບຄົວບືນຕົວຂຶ້ນສ້າງຄວາມຮັ່ງມີ. ໃນການໂອ້ລົມກັບນັກຂ່າວ VOV, ທ່ານ ຫຼີກວ່ນ ແບ່ງປັນວ່າ: ຖ້າຫາກມີດິນຫຼາຍ, ແຕ່ທຳການຜະລິດຕາມຮູບແບບດັ້ງເດີມ ແມ່ນຜົນກຳໄລບໍ່ສູງ, ມີຄວາມສ່ຽງຫຼາຍຢ່າງ. ຍ້ອນແນວນັ້ນ, ເມື່ອມີເວລາວ່າງ ທ່ານ ຫຼີກວ່ນ ຈະຍາດເວລາໄປຊອກຮູ້, ຄົ້ນຄວ້າ, ຮ່ຳຮຽນເອົາບັນດາເຕັກນິກກ່ຽວກັບການປູກເຂົ້າ ຜ່ານໜັງສືພິມ, ວິທະຍຸ ແລະ ບັນດາການເຝິກອົບຮົມໂດຍກົງກ່ຽວກັບລາຍການ, ເຕັກນິກການປູກຝັງ. ໂດຍແບ່ງປັນກ່ຽວກັບວິວັດການສູ້ຊົນຂອງສອງຜົວເມຍ ເພື່ອໃຫ້ມີເຮືອນຊານບ້ານຊ່ອງ ແລະ ສະພາບທີ່ໝັ້ນຄົງຄືໃນປັດຈຸບັນນັ້ນ, ທ່ານ ຫຼີກວ່ນ ໃຫ້ຮູ້ວ່າ: ປີ 1991, ທ່ານສ້າງຄອບຄົວ ເຊິ່ງພໍ່ແມ່ທັງສອງຝ່າຍຈັດສັນເນື້ອທີ່ດິນນາກວ່າ 1 ໄລ່, ດິນສວນເກືອບເຄິ່ງໄລ່ ແລະ ທຶນຮອນໜ້ອຍໜຶ່ງ ເພື່ອໃຫ້ທຳມາຫາກິນ.ຍ້ອນແມ່ນຄົນອົດທົນ, ມີຫົວຄິດປະດິດສ້າງໃນການຜະລິດນັ້ນ, ໃນລະດູແລ້ງ ທ່ານຍັງໝູນໃຊ້ເຟືອງ ເພື່ອປູກເຫັດເຟືອງ,ເປັນການຫາລາຍຮັບເພີ່ມຕື່ມອີກ.ຜົນກຳໄລໃນແຕ່ລະປີ, ທ່ານໄດ້ລົງທຶນເພື່ອຊື້ຝຸ່ນ, ຢາຂ້າສັດຕູພືດໃຫ້ສຳລັບລະດູການຜະລິດຕໍ່ໄປ, ສ່ວນຍັງເຫຼືອແມ່ນເກັບທ້ອນໄວ້ຊື້ເນື້ອທີ່ດິນເພື່ອເປີດກວ້າງການຜະລິດຕື່ມອີກ. ທ່ານ ຫຼີກວ່ນ ໃຫ້ຮູ້ວ່າ:         “ເມື່ອເຮັດໄດ້ແລ້ວ ກໍເກັບທ້ອນໄວ້ ເພື່ອຊື້ຝຸ່ນຊື້ຢາຂ້າສັດຕູພືດ. ເມື່ອກ່ອນ ດິນນາຍັງມີລາຄາຖືກ, ຂ້າພະເຈົ້າຊື້ໄວ້ເທື່ອລະໜ້ອຍ, ຫຼາຍປີກໍໄດ້ຫຼາຍ. ສອງຜົວເມຍຂ້າພະເຂົ້າ ເຮັດວຽກແບບບໍ່ຮູ້ຮຸ່ງຮູ້ຄ່ຳຫຍັງເລີຍ. ເມື່ອຊື້ລົດໄຖເດີນຕາມໄດ້, ຂ້າພະເຈົ້າກໍໄປຮັບຈ້າງໄຖໃຫ້ພໍ່ແມ່ປະຊາຊົນ ນັບທັງຕອນຄ່ຳນຳອີກ. ເວລານັ້ນ ດິນນາຂອງຂ້າພະເຈົ້າມີໜ້ອຍ, ສະນັ້ນຂ້າພະເຈົ້າໄປຮັບຈ້າງໄຖ”.
TAG
VOV/VOVworld/ຫຼີກວ່ນ/ຜະລິດກະເສດ/ເສດຖີ

More