ຢາລາຍ: ຊາວເຜົ່າ ຈາຣາຍ ຮັກສາອາຊີບສານສາດ ປຣານ
02/03/2019 10:37
(VOVWORLD) - ພ້ອມກັບການ ຕ່ຳແຜ່ນແພພື້ນເມືອງ, ສານກະພາ , ປະດິດສ້າງດົນຕີພື້ນເມືອງປະຈຳເຜົ່າແລ້ວ, ການສານສາດ ປຣານ ກໍແມ່ນໜຶ່ງໃນບັນດາອາຊີບທີ່ເປັນມູນເຊື້ອຂອງຊາວເຜົ່າ ຈາຣາຍ ຢູ່ແຂວງ ຢາລາຍ. ຕໍ່ໜ້າການພັດທະນາຂອງເຕັກໂນໂລຊີສານສາດທີ່ທັນສະໄໝດ້ວຍວັດສະດຸແຕກຕ່າງກັນນັ້ນ, ອາຊີບສານສາດ ປຣານມີຄວາມສ່ຽງທີ່ຈະສູນຫາຍໄປ. ເຖິງຢ່າງໃດກໍຕາມ, ໃນຊຸມປີຜ່ານມາ, ສະຫະພັນແມ່ຍິງຕາແສງອີອາເດິກ, ເມືອງຊາຍແດນ ດຶກເກີ, ແຂວງ ຢາລາຍ ໄດ້ສົມທົບກັບບັນດານັກສິລະປະການຊາວເຜົ່າ ຈາຣາຍ ຖ່າຍທອດ ແລະ ພັດທະນາອາຊີບສານສາດ ປຣານ ທີ່ເປັນເອກະລັກສະເພາະນີ້. ບົດຂຽນຂອງນັກຂ່າວ ຫງວຽນຖາວ ດ້ວຍຫົວຂໍ້ວ່າ “ຊາວເຜົ່າ ຈາຣາຍ ຮັກສາອາຊີບສານສາດ ປຣານ”.

ສາດ ປຣານ ໄດ້ເຮັດມາຈາກຕົ້ນ ປຣານ (ຕົ້ນໝາກນັດປ່າ). ເມື່ອຮອດລະດູແລ້ງ, ບັນດາຜູ້ຊາຍຢູ່ໝູ່ບ້ານ ຊູງເລີ໊ນ ກໍໄປຕັດເອົາໃບປຣານຢູ່ແຄມແມ່ນ້ຳ ແລ້ວນຳເມືອຕາກແດດໃຫ້ແຫ້ງ ເພື່ອຮັກສາສີຂອງໃບໃຫ້ແຈ້ງງາມດີ. ເມື່ອຮອດລະດູຝົນ, ເຊິ່ງແມ່ນເວລາທີ່ຊາວກະສິກອນບໍ່ໄດ້ທຳການກະເສດຫຼາຍ, ແມ່ຍິງໃນໝູ່ບ້ານ ກໍເອົາໃບດັ່ງກ່າວອອກມາສານສາດ. ຍ້ອນເຮັດຈາກວັດສະດຸທຳມະຊາດ, ສະນັ້ນ ເມື່ອໃຊ້ສາດ ປຣານ ໃນຍາມໜາວຈະອຸ່ນ ແລະ ໃນຍາມຮ້ອນຈະເຢັນສະບາຍ.ຊາວເຜົ່າ ຈາຣາຍ ຖືສາດ ປຣານ ຄືດັ່ງເຄື່ອງໃຊ້ທີ່ລ້ຳຄ່າໃນເຮືອນ, ເຊິ່ງຈະໃຊ້ສາດພຽງເພື່ອຮັບແຂກ ຫຼື ໃນບັນດາໂອກາດທີ່ສຳຄັນຄື ງານສົບ, ງານແຕ່ງດອງເທົ່ານັ້ນ. ນັກສິລະປະການ ເຣີມາ ເຮິບິວ ຢູ່ໝູ່ບ້ານ ຊູງເລີ໊ນດຕາແສງ ອີອາເດິກ, ເມືອງ ດຶກເກີ ແບ່ງປັນວ່າ: “ຂ້າພະເຈົ້າຮຽນອາຊີບສານສາດນີ້ນຳແມ່ເຖົ້າ ແລະ ແມ່ຂອງຂ້າພະເຈົ້າ. ຮຽນແຕ່ຄາວຍັງນ້ອຍ ແລ້ວເຮັດມາຮອດປັດຈຸບັນ, ຂ້າພະເຈົ້າປະອາຊີບນີ້ບໍ່ໄດ້, ຍ້ອນມັນເປັນມູນເຊື້ອຂອງຊົນເຜົ່າພວກຂ້າພະເຈົ້າ. ປັດຈຸບັນ ມີໄວໝຸ່ມບໍ່ເທົ່າໃດຄົນທີ່ຮຽນອາຊີບນີ້, ຂ້າພະເຈົ້າເປັນຫ່ວງ ຢ້ານອາຊີບນີ້ຈະສູນຫາຍໄປ. ສະນັ້ນ ຂ້າພະເຈົ້າພວມພະຍາຍາມຮັກສາອາຊີບຂອງຊົນເຜົ່າຕົນໄວ້ ເພື່ອໃຫ້ນັບມື້ນັບພັດທະນາ”.
TAG
VOV/VOVworld/ຈາຣາຍ/ຢາລາຍ/ສານສາດ ປຣານ
Related
More








