VOV WorldVOV World
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood, ດູບາຍ
05/03/2017 08:00
ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂອງ 33 ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ Gulfood, ດູ​ບາຍ ໄດ້​ຮັບ​ຄວາມ​ສົນ​ໃຈ​ ແລະ ຢາກ​ຕິດ​ຕໍ່​ພົວ​ພັນ​ດຳ​ເນີນ​ທຸ​ລະ​ກິດ ຈາກ​ລູກ​ຄ້າ​ສາ​ກົນ.
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ
(vovworld)- ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂອງ 33 ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ Gulfood, ດູ​ບາຍ ໄດ້​ຮັບ​ຄວາມ​ສົນ​ໃຈ​ ແລະ ຢາກ​ຕິດ​ຕໍ່​ພົວ​ພັນ​ດຳ​ເນີນ​ທຸ​ລະ​ກິດ ຈາກ​ລູກ​ຄ້າ​ສາ​ກົນ. ເຂົ້າ​ຮ່ວມ ງານ​ຕະ​ຫລາດ​ນັດ Gulfood ປີ 2017 ມີກວ່າ 5000 ວິ​ສາ​ຫະ​ກິດ​ມາ​ຈາກ 120 ປະ​ເທດ​ໃນ​ໂລກ, ດ້ວຍ​ແຂກ​ມາ​ຊົມ​, ຊື້​ເຄື່ອງ​ຂອງ ກວ່າ 95.000 ເທື່ອ​ຄົນທີ່​ມາ​ຈາກ 170 ປະ​ເທດ. ປີນີ້ ຫວຽດ​ນາມ ມີ 33 ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ. ນີ້​ແມ່ນ​ງານ​ຕະ​ຫລາດ​ນັດ​ກ່ຽວ​ກັບ​ຂົງ​ເຂດ​ຜະ​ລິດ​ຕະ​ພັນ​ກະ​ເສດ. ງານ​ຕະ​ຫລາດ​ນັດ Gulfood ກ​ໍ່​ແມ່ນ​ການ​ກຳ​ນົດ​ທ່າ​ອ່ຽງ​ໃຫ້​ແກ່​ຂະ​ແຫນງ​ສະ​ບຽງ​ອາ​ຫານ​ໃນ​ອະ​ນາ​ຄົດ, ແມ່ນ​ໂອ​ກາດ​ດີ​ສຸດ​ເພື່ອ​ໃຫ້​ບ​ັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ເຂົ້າ​ຮ່ວມ.
TAG
vovworld/ງານ​ຕະຫຼາດ​ນັດ