VOV WorldVOV World
ບັນດາການເຄື່ອນໄຫວຂອງນັກແຂ່ງຂັນລາວ 2 ຄົນໃນຂອບເຂດການເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2 ປີ 2019
03/08/2019 07:00
(VOVWORLD) - ງານປະກວດສຽງເພງ ອາຊຽນ + 3 ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈັດຕັ້ງຂຶ້ນໄດ້ອັດລົງໃນວັນທີ 28 ກໍລະກົດ. ເຂົ້າຮ່ວມງານປະກວດສຽງເພງຄັ້ງນີ້ມີນັກແຂ່ງຂັນ 22 ຄົນທີ່ມາຈາກບັນດາປະເທດອາຊຽນ ແລະ ບັນດານັກຮ້ອງແຂກຖືກເຊີນທີ່ມາຈາກ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.
ບັນດາການເຄື່ອນໄຫວຂອງນັກແຂ່ງຂັນລາວ 2 ຄົນໃນຂອບເຂດການເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2 ປີ 2019
  ເຂົ້າຮ່ວມງານປະກວດສຽງເພງ, ນອກຈາກການແຂ່ງຂັນບົນເວທີສາແດງແລ້ວ, ນັກແຂ່ງຂັນ 2 ຄົນຂອງ ລາວ ຍັງໄດ້ມີໂອກາດໄປຢ້ຽມຊົມຄວາມງານຂອງອ່າວຮ້າລອງ, ກໍ່ຄືຊອກຮູ້ກ່ຽວກັບປະຫວັດສາດແຫ່ງການພັດທະນາຂອງ ແຂວງກ໋ວາງນິງ ຢູ່ຫໍພິພິທະພັນກ໋ວາງນິງ, ບັນດາຮູບຖ່າຍດັ່ງລຸ່ມນີ້ກໍ່ໄດ້ບັນທຶກຄືນຂີດໝາຍການເຄື່ອນໄຫວຕ່າງໆຊຶ່ງນັກແຂ່ງຂັນສອງຄົນຂອງລາວ ໄດ້ເຂົ້າຮ່ວມ ບັນດານັກແຂ່ງຂັນຂີ່ເຮືອໄປຢ້ຽມຊົມອ່າວຮ້າລອງ ນັກແຂ່ງຂັນ ສຸກທະວີ ສຸທຳມະວົງ ແລະ ວິສຸດາ ໄຊຍະສານ ລາຍການສະແດງຂອງນັກແຂ່ງຂັນ ວິສຸດາ ໄຊຍະສານ ໃນຄ່ຳຄືນແຂ່ງຂັນຮອບຮອງຊະນະເລີດດ້ວຍບົດເພງ Just Give Me A Reason ລາຍການສະແດງຂອງນັກແຂ່ງຂັນ ສຸກທະວີ ສຸທຳມະວົງ ໃນຄ່ຳຄືນແຂ່ງຂັນຮອບຮອງຊະນະເລີດດ້ວຍບົດເພງ ສະຫຼຸບວ່າ ນັກແຂ່ງຂັນ ສຸກທະວີ ສຸທຳມະວົງ ໄດ້ຮັບຄະແນນດີເດັ່ນ ແລະ ສາມາດລອດເຂົ້າໃນຄ່ຳຄືນຮອບຊິງຊະນະເລີດຂອງງານປະກວດສຽງເພງອາຊຽນ+3 ບັນດານັກແຂ່ງຂັນຖ່າຍຮູບເປັນທີ່ລະນຶກຕໍ່ໜ້າປະຕູຂອງຫໍພິພິຕະພັນແຂວງ ກ໋ວາງນິງ ນັກແຂ່ງຂັນລາວພ້ອມກັບບັນດານັກແຂ່ງຂັນທີ່ມາຈາກບັນດາປະເທດ ອາຊຽນ, ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ໄປຢ້ຽມຊົມທັດສະນະສຶກສາຢູ່ຫໍພິພິທະພັນແຂວງກ໋ວາງນິງ.  ນັກແຂ່ງຂັນລາວ ພ້ອມກັບບັນດານັກແຂ່ງຂັນທີ່ມາຈາກບັນດາປະເທດ ໄປຢ້ຽມຊົມທັດສະນະສຶກສາຢູ່ຫໍພິພິທະພັນແຂວງກ໋ວາງນິງ.  ນັກແຂ່ງຂັນ ສຸກທະວີ ສຸທຳມະວົງ ສະແດງບົດເພງ You are Reason ໃນຄ່ຳຄືນຮອນຊິງຊະນະເລີດ ນັກແຂ່ງຂັນ ສຸກທະວີ ສຸທຳມະວົງ ໄດ້ຮັບລາງວັນນັກແຂ່ງຂັນສະແດງທີ່ປະທັບໃຈ ງານປະກວດສຽງເພງ +3 ໄດ້ອັດລົງໃນທາມກາງຄວາມເບີກບານມ່ວນຊື່ນ.  ນັກແຂ່ງຂັນ 2 ຄົນຂອງ ລາວ ຖ່າຍຮູບເປັນທີ່ລະນຶກພາຍຫຼັງຄ່ຳຄືນແຂ່ງຂັນຮອບຮອງຊະນະເລີດ. ນັກແຂ່ງຂັນຂອງບາງປະເທດຖ່າຍຮູບເປັນທີ່ລະນຶກກ່ອນທີ່ຈະລາຈາກກັນ.
TAG
VOV/VOVworld/ງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2 2019