ເຂດປູຊະນີຍະຖານປະຫວັດສາປັກປໍ໋
05/07/2016 03:26
ເຂດປູຊະນີຍະຖານປະຫວັດສາດ ປັກປໍ໋ ຂຶ້ນກັບຕາແສງ ເຈື່ອງຮ່າ ເມືອງ ຮ່າກວາງ ແຂວງ ກາວບັງ, ຕິດໃກ້ກັບຊາຍແດນ ຫວຽດນາມ - ຈີນ, ຫ່າງຈາກນະຄອນ ກາວບັງ ກ່ວາ 40 ກມ. ນີ້ແມ່ນສະຖານທີ່ ເຊິ່ງກ່ອນນີ້ 71 ປີ (28/01/1941) ເປັນກຽດໄດ້ຮັບລຸງໂຮ່ກັບເມື່ອປະເທດ ຊີ້ນຳນຳພາການປະຕິວັດ ຫວຽດນາມ ພາຍຫລັງ 30 ປີໄປຊອກຫາເສັ້ນທາງກູ້ຊາດ.ສະຖານທີ່ ປັກປໍ໋ ຕິດພັນກັບຊີວິດການເຄື່ອນໄຫວຂອງລຸງໂຮ່, ຂອງປະຫວັດສາດການປະຕິວັດ ແລະ ປະເທດ ຫວຽດນາມ. ພູ ກາກມາກ, ຫ້ວຍ ເລນິນ ກາຍເປັນສັນຍາລັກຂອງປະຕິວັດ ຫວຽດນາມ. ດ້ວຍຄວາມໝາຍ ແລະ ຄວາມສຳຄັນອັນໃຫຍ່ຫລວງ, ເຂດປູຊະນີຍະຖານປະຫວັດສາດ ປ໋າກບ໋ ໄດ້ນາຍົກ ລັດຖະມົນຕີ ຫວຽດນາມ ຈັດອັນດັບເຂດປູຊະນີຍະຖານແຫ່ງຊາດພິເສດ.
TAG
vov/vovworld/ປ໋າກບ໋ໍ
Related
More








