ເມືອງເກາະຟູ໋ກວກແຂວງກຽນຢາງ
14/11/2016 01:59
vovworld - ເມືອງເກາະ ຟູ໋ກວກ ຂຶ້ນກັບແຂວງ ກຽນຢາງ ແມ່ນໜຶ່ງໃນບັນດາເມືອງເກາະໃຫຍ່ສຸດໃນທົ່ວປະເທດ, ດ້ວຍເນື້ອທີ່ທຽບເທົ່າກັບປະເທດ ສິງກະໂປ, ເມືອງເກາະ ຟູ໋ກວກ ໄດ້ຮັບການຮັບຮອງວ່າ ເປັນນະຄອນຊັ້ນ 2 ແລະ ສະເໜີສ້າງຕັ້ງເປັນເຂດເສດຖະກິດພິເສດ. ເຂົາເຈົ້າເຄີຍເອີ້ນ ເກາະ ຟູ໋ກວກ ວ່າ “ເກາະເພັດມານີ” ເພາະວ່າ ຟູ໋ກວກ ມີ “ປ່າຄຳທະເລເງິນ” ປະຈຸບັນ ເມືອງເກາະ ຟູ໋ກວກ ມີທ່າອາກາດສະຍານສາກົນ, ທ່າທະເລສາກົນ ເຢືອງເຕີ. ມີນ້ຳປາ ຟູ໋ກວກ, ໝາກພິກໄທ ຟູ໋ກວກ…(ເປັນເຄື່ອງໝາຍສາກົນ). ເກາະ ຟູ໋ກວກ ມີທິວທັດທຳມະຊາດສວຍສົດງົດງາມ, ບັນຍາກາດປອດໂປ່ງ. ແຕ່ລະມືມີແຂກທ່ອງທ່ຽວມາຢ້ຽມຢາມ, ທ່ອງທ່ຽວ, ພັກຜ່ອນບຳລຸງສຸຂະພາບປະມາມ2000 ຄົນ. ຕໍ່ໄປນີ້ ນັກຂ່າວ VOV ຂໍແນະນຳຮູບພາບສວຍງາມຈຳນວນໜຶ່ງກ່ຽວກັບເກາະແຫ່ງນີ້.
TAG
vov/vovworld/ເມືອງເກາະ ຟູ໋ກວກ
Related








