ຫໍພິພິດທະພັນປະຫວັດສາດກອງທັບ ຫວຽດນາມ
24/10/2016 02:00
vovworld - ຫໍພິພິດທະພັນປະຫວັດສາດກອງທັບ ຫວຽດນາມ ຂຶ້ນກັບກົມໃຫຍ່ການເມືອງ ແມ່ນໜຶ່ງໃນບັນດາຫໍພິພິດທະພັນແຫ່ງຊາດ ແລະ ແມ່ນຫໍພິພິດທະພັນທຳອິດຂອງລະບົບຫໍພິພິດທະພັນກອງທັບ. ປະຈຸບັນ, ຫໍພິພິດທະພັນ ພວມວາງສະແດງ ແລະ ເກັບຮັກສາວັດຖຸພັນ 16 ພັນຢ່າງ, ໃນນັ້ນ ມີວັດຖຸພັນລ້ຳຄ່າຫລາຍຢ່າງ ພິເສດແມ່ນ ເຮືອບິນ MIG21 ເລກໝາຍ 5121 ແລະ ລົດຖັງ T54B ເລກໝາຍ 843. ໃນບໍລິເວັນຫໍພິພິດທະພັນ ຍັງມີປູຊະນີຍະສະຖານເສົາທຸງ ຮ່າໂນ້ຍ, ນີ້ແມ່ນປູຊະນີຍະຊະຖານສະຖາປັດຕະຍາກຳເກົ່າແກ່ເປັນເອກະລັກສະເພາະ ໄດ້ຈັດອັນດັບປູຊະນີຍະສະຖານສະຖາປັດຕະຍາກຳປະຫວັດສາດແຫ່ງຊາດປີ 1990.
TAG
vov/vovworld/ຫໍພິພິດທະພັນ
Related








