ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່
24/01/2017 09:00

(vovoworld) – ໂດຍຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 15 ກມ, ໝູ່ບ້ານປູກດອກໄມ້ ໄຕຕື້ວ ຂຶ້ນກັບເມືອງ ບັກຕື່ລຽມ ແມ່ນໝູ່ບ້ານປູກດອກໄມ້ທີ່ເປັນມູນເຊື້ອຂອງນະຄອນຫຼວງ ຮ່າໂນ້ຍ. ໃນຊຸມປີມໍ່ໆມານີ້, ປະຊາຊົນຢູ່ທີ່ນີ້ໄດ້ປູກດອກໄມ້ຫຼາຍຊະນິດຄື: ດອກລີລີ, ດອກຂົນຕາ, ດອກວາຍໂອແລັດ, ດອກເຂືອບ້າ, ດອກດາວເຮືອງ… ເຖິງວ່າພວມຢູ່ໃນວິວັດການຫັນເປັນເຂດຕົວເມືອງກໍ່ຕາມ, ແຕ່ປະຊາຊົນຢູ່ ບ້ານໄຕຕື້ວ ຍັງຄົງຮັກສາເນື້ອທີ່ດິນ ແລະ ຮັກສາອາຊີບປູກດອກໄມ້ທີ່ມີມາແຕ່ດົນນານນີ້ໄວ້ຢູ່. ເມື່ອໄປຢ້ຽມຢາມໝູ່ບ້ານປູກດອກໄມ້ ໄຕຕື້ວ ໃນຍາມໃກ້ຈະຮອດບຸນເຕັດປີລະກາ 2017 ນີ້, ທ່ານຈະໄດ້ຮັບຊົມດອກໄມ້ຫຼາຍຊະນິດພວມເບັ່ງບານສີສັນຫລາກຫລາຍ. ບັນດາດອກໄມ້ນາໆສີພວມໄດ້ຮັບການບົວລະບັດຢ່າງລະອຽດເພື່ອເອົາໄປຂາຍຢູ່ຖະຫນົນສາຍຕ່າງໆເພື່ອຮັບໃຊ້ໃຫ້ແຕ່ລະຄອບຄົວໃນນະຄອນຫລວງຮ່າໂນ້ຍປະດັບປະດາໃນບຸນເຕັດ.
TAG
vovworld/ດອກໄມ້
Related








