ຕົ້ນປີໃໝ່ໄປຢ້ຽມຢາມແຂວງ ຮ່ານາມ
30/01/2012 12:07
ຕົ້ນປີໄປຢ້ຽມຢາມແຂວງ ຮ່ານາມ
ວັດຕັ້ງຢູ່ເທິງພູ ດອຍເຊີນ ຕາແສງ ດອຍເຊີນ, ເມືອງ ຢຸຍຕ່ຽນ ແຂວງ ຮ່ານາມ. ວັນລອງດອຍເຊີນ ມີຊືວ່າ ຢຽນລິງ. ໂດຍແມ່ນກະສັດ ລີ໋ແທງຕົງ ແລະ ມະເຫສີ ອີລານ ພະລາດຊະທານກໍ່ສ້າງໃນປີ 1054. ແລະນີ້ກໍ່ແມ່ນເຂດດິນແດນທີ່ກະສັດພ້ອມຊຸນນາງມັກມາເປີດສາກການເຮັດໄຮ່ໄຖນາ ເພື່ອເປັນສັນຍາລັກໃຫ້ແກ່ລະດູການເກັບກ່ຽວກະສິກຳໄດ້ຮັບຜົນດີໃນປີໃຫມ່ ເລີ່ມຈາກຂັ້ນໄດຫີນເພື່ອຊົມຄວາມງາມຂອງທິວທັດທຳມະຊາດ ທ່ຽວຊົມທິວທັດໃນບໍລິເວນອອ້ມຂ້າງ ກ້າວເຂົ້າປະຕູ ຕາມກວານ … ທຸກຄົນລ້ວນແຕ່ຫ້າວຫັນ … ທັງຜູ້ເຖົ້າແກ່ຊະລາ ແລະ ໄວໜຸ່ມ ລ້ວນແຕ່ພາກັນຫຼັ່ງໄຫຼມາຍັງແຫ່ງນີ້ເພື່ອພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຜົນດີໃນຕະຫຼອດປີໃໝ່ ມາທ່ຽວວັດ ລອງດ້ອຍເຊີນ ແມ່ນກ້າວເຂົ້າສູ່ແດນແຫ່ງສະຫງົບສຸກ ມາທ່ຽວຊົມຮອງຮອຍປະຫວັດສາດແຫ່ງການຕໍ່ສູ້ຕ້ານສັດຕູຕ່າງດ້າວຮຸກຮານກ່ອນນີ້ນັບຫຼາຍຮ້ອຍປີ ອັກສອນສະຫຼັກຂອງເຈົ້າຊີວິດ
Related








