ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10
25/01/2017 09:00

(vovworld) – ຫວ່າງແລ້ວນີ້, ຄະນະປະຕິບັດງານໂດຍທ່ານພັນເອກ ໂງຈີ໋ຮ່າ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 2, ເປັນຫົວໜ້າຄະນະ, ພ້ອມກັບຫຼາຍຫົວໜ່ວຍ, ນັກຂ່າວທັງສູນກາງ ແລະ ທ້ອງຖິ່ນໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ເຮືອນຮ້ານ DK 1- 10 ຂຶ້ນກັບຫາດດອນ ກາເມົາ. ນະທີ່ນີ້, ບັນດາສະມາຊິກໃນຄະນະໄດ້ພົວພັນແລກປ່ຽນກັບບັນດານັກຮົບ ແລະ ພ້ອມກັນຈັດຕັ້ງບັນດາລາຍການເຄື່ອນໄຫວທີ່ມີຄວາມໝາຍຄື: ຫໍ່ເຂົ້າຕົ້ມ, ເຄົາລົບທຸງ… ການຢ້ຽມຢາມແມ່ນໜຶ່ງໃນບັນດາການເຄື່ອນໄຫວອວຍພອນປີໃໝ່ຢູ່ບັນດາເຮືອນຮ້ານ DK 1 ໂດຍຄະນະພັກກອງບັນຊາການທະຫານເຮືອເຂດ 2 ຈັດຕັ້ງ. ການເຄື່ອນໄຫວໄດ້ປະກອບສ່ວນລະດົມກຳລັງໃຈບັນດານັກຮົບຈັບປືນໃຫ້ແໜ້ນໃນຊຸມວັນກະກຽມຕ້ອນຮັບບຸນເຕັດ, ພ້ອມທັງຍັງຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈກ່ວາກ່ຽວກັບຊີວິດການເປັນຢູ່ຂອງບັນດານັກຮົບຢູ່ທີ່ນີ້. ຂອງຂວັນປີໃໝ່ ແລະ ບັນດາເຄື່ອງຂອງທີ່ຈຳເປັນໄດ້ສົ່ງໄປເຮືອນຮ້ານ ບັນດານັກຮົບຢູ່ເຮືອນຮ້ານ ມີຄວາມກະຕືລືລົ້ນຕ້ອນຮັບບັນດາຂອງຂວັນປີໃໝ່ ແລະ ສະມາຊິກໃນຄະນະປະຕິບັດງານ. ພັນເອກ ໂງຈີ໋ຮ່າ, ຫົວໜ້າຄະນະປະຕິບັດງານ, ຮອງຫົວໜ້າເສນາທິການ ທະຫານເຮືອເຂດ 2 ພ້ອມກັບບັນດານັກຮົບຢູ່ເຮືອນຮ້ານຈັດກອງປະຊຸມສະຫລຸບວຽກງານປີ 2016 ແລະ ຜັນຂະຫຍາຍທິດທາງແຜນການປີ 2017.
TAG
vovworld/ນັກຂ່າວ/ເຮືອນຮ້ານ
Related








