VOV WorldVOV World
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ
13/02/2017 03:54
ຄວາມປະທັບໃຈໃນວັນກາບກອນຢູ່ ວັນມຽວ - ກວກຕື້ຢ໋າມ
(vovworld) - “ຮ່ວມ​ເດີນ​ທາງ ແລະ ປະ​ດິດ​ສ້າງ​ພ້ອມ​ກັບ​ປະ​ເທດ​ຊາດ” ແມ່ນ​ຫົວ​ຂໍ້​ຂອງວັນ​ກາບກອນ ຫວຽດ​ນາມ ຄັ້​ງ​ທີ 15 ປີ 2017 ເຊິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 11/2, ຢູ່ ວັນ​ມ໋ຽວ - ກວກ​ຕື້​ຢ໋າມ, ທີ່​ຮ່າ​ໂນ້ຍ. ກ່ອນນີ້ 14 ປີ, ວັນ​ກາບກອນ ຫວຽດ​ນາມ ໄດ້​ຮັບ​ການ​​ກຳ​ເນີດ​ເພື່ອ​ແນ​ໃສ່​ເຊີດ​ຊູ, ໂຄ​ສະ​ນາບັນ​ດາ​ຄຸນ​ຄ່າ​​ກາບກອນ​ຂອງ​ຊາດເຖິງ​ມະ​ຫາ​ຊົນ​ໃນ​ທົ່ວ​ປະ​ເທດ, ເພື່ອນ​ມິດ​ສາ​ກົນ. ນັບ​ແຕ່ນັ້ນ​ມາ, ວັນ​ກາບກອນ ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັັ້ງປະ​ຈຳ​ປີ​​ໃນ​ວັນ​ທີ 15 ເດືອນ​ຈ​ຽງ (ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ).         ​ປີນີ້, ກ່ອນ​​ຈະ​ເຂົ້າ​ເດີນ​​ວັ​ນ​ມ໋ຽວ, ຜູ້​ນິ​ຍົມ​ກາບກອນໄດ້​ຍ່າງ​ບົນ​ໃນ “ເສັ້ນ​ທາງ​ນັກ​ກະ​ວີ”, 2 ພາກ​ທາງ​ໄດ້ວາງ​ສະ​ແດງ​ຮູບພາບ​​ພ​້ອມ​ກັບ​ຄຳ​ກາບກອນ​ທີ່​ເດັ່ນຂອງ​ບັນ​ດາ​ນັກ​ກະ​ວີ​ຜູ້​ໂດ່ງ​ດັງ. ຜູ້​ນິ​ຍົມ​ກາບກອນ​ໄດ້​​ເຊື່ອມ​ຕົວ​ພ້ອມ​ກັບບັນ​ດາ​​ຄຳ​ກາບກອນ​ກ່ຽວ​ກັບ​ປະ​ຊາ​ຊົນ, ປະ​ເທດ​ຊາດ, ຄວາມ​ມຸ່ງ​ຫວັງຂອງ​ບັນ​ດາ​ນັກ​ກາບກອນ ຫວຽດ​ນາມ.         ບາງ​ຮູບ​ຖ່າຍ​ໃນ​ພິ​ທີ​ໄຂວັນ​ກາບກອນ ຫວຽດ​ນາມ ຄັ້ງ​ທ​ີ 15:
TAG
vovworld/​ເຊີດ​ຊູ/ວັນ​ກາບກອນ