ງານບຸນປື້ມ“ປື້ມ ແລະ ເຊື່ອມໂຍງ”
06/10/2016 16:09

(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 62 ປີແຫ່ງວັນປົດປ່ອຍນະຄອນຫລວງ (10/10/1945 – 10/10/2016), ຊຶ່ງເປັນຂີດໝາຍໄລຍະທາງກ່ວາ 20 ປີ ຫວຽດນາມ ເຂົ້າຮ່ວມ ອາຊຽນ. ຕອນເຊົ້າວັນທີ 06/10 ຢູ່ເຂດປູຊະນີຍະສະຖານພະລາດຊະວັງ ທັງລອງ ໄດ້ໄຂງານບຸນປື້ມ ຮ່າໂນ້ຍ 2016. ດ້ວຍຫົວຂໍ້ວ່າ “ປື້ມ ແລະ ເຊື່ອມໂຍງ”, ງານບຸນປື້ມແມ່ນບອນເຕົ້າໂຮມ, ແນະນຳ ແລະ ປື້ມດ້ວຍຮ້ານວາງສະແດງ 170 ຮ້ານຂອງກ່ວາ 46 ສຳນັກພິມຈຳໜ່າຍ, ບໍລິສັດປື້ມພາຍໃນປະເທດ ພ້ອມກັບ 20 ເຄື່ອງໝາຍການຄ້າພິມຈຳໜ່າຍຕ່າງປະເທດ ລວມມີຫລາຍປະເພດຢ່າງອຸດົມສົມບູນ. ງານບຸນປີນີ້, ມີການເຂົ້າຮ່ວມຂອງບັນດາສຳນັກພິມຈຳໜ່າຍແຕກຕ່າງກັນຈຳນວນຫລວງຫລາຍ ແລະ ມີບັນດາສຳນັກພິມຈຳໜ່າຍສາກົນ. ຜ່ານນັ້ນ, ໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນບ່ອນເພື່ອແລກປ່ຽນລະຫວ່າງບັນດາສຳນັກພິມຈຳໜ່າຍພາຍໃນປະເທດ ແລະ ຕ່າງປະເທດ ເພື່ອຖອດຖອນບົດຮຽນຂອງກັນ. ພ້ອມທັງ ເພື່ອໂຄສະນາຄຸນນະພາບຄຸນຄ່າປື້ມຂອງ ຫວຽດນາມ ໃຫ້ເພື່ອນມິດສາກົນ. ບ່ອນວາງສະແດງເອກະສານ, ປື້ມກ່ຽວກັບທະເລ, ໝຸ່ເກາະ ຫວຽດນາມ ປື້ມ ກ່ຽວກັບບັນດາປະເທດ ອາຊຽນ ໂຮງ ພິມຈຳໜ່າຍ ດົງອາ ໄດ້ຈັດສັນປື້ມດ້ວຍຫຼາຍຮູບແບບ ທີ່ດຶງດູດຜູ້ຊົມ ໂຮງພິມຈຳໜ່າຍ ກິມດົ່ງ ໄດ້ດຶງດູດເດັກນ້ອຍມາຊົມເປັນຈຳນວນຫຼວງຫຼາຍ ພໍ່ແກ່ກໍ່ໄປຊົມເພື່ອຊອກຫາປື້ມທີ່ຕົນນິຍົມ ປື້ມໄດ້ຫໍ່ເປັນຂອງຂວັນຢ່າງງາມຕາ ບັນດາເຄື່ອງທີ່ລະນຶກກໍ່ໄດ້ນຳມາວາງສະແດງທີ່ງານວາງສະແດງປື້ມປີນີ້
TAG
vovworld. ປື້ມ/ວາງສະແດງ
Related








