ງານຕະຫລາດນັດ VOV 2016
07/09/2016 10:16
ງານຕະຫຼາດນັດແມ່ນໂອກາດເພື່ອໃຫ້ພະນັກງານ VOV ພົບປະແລກປ່ຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າຕັ້ງວິທະຍຸກະຈາຍສຽງ ຫວຽດນາມ.

(vovworld) - ຕອນເຊົ້າວັນທີ 07/09, ງານຕະຫລາດນັດ VOV 2016 ຖືກດຳເນີນໄປຢູ່ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ, ຖະໜົນ 58 ກວານຊື໋, ຮ່າໂນ້ຍ. ງານຕະຫລາດນັດ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາຫົວໜ່ວຍຂຶ້ນກັບວິທະຍຸກະຈາຍສຽງ ຫວຽດນາມ, ດ້ວຍຮ້ານວາງສະແດງສິນຄ້ານັບສິບໆຮ້ານ ແລະ ວາງຂາຍສິນຄ້າຫຼາຍປະເພດທີ່ອຸດົມສົມບູນ. ງານຕະຫຼາດນັດແມ່ນໂອກາດເພື່ອໃຫ້ພະນັກງານ VOV ພົບປະແລກປ່ຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າຕັ້ງວິທະຍຸກະຈາຍສຽງ ຫວຽດນາມ.
TAG
vov/vovworld/ງານຕະຫລາດນັດ
Related
More








