ງານວາງສະແດງ “ສີສົ້ມ-ມະໂນທຳ-ຍຸຕິທຳ”
05/08/2016 02:32

ໂດຍສະເຫລີມສະຫລອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ຫວຽດນາມ (10/8/1961-10/8/2016), ຕອນເຊົ້າວັນທີ 3/8 ຫໍພິພັນທະພັນ ປະຫວັດສາດການທະຫານຫວຽດນາມ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ, ເຫລົ່າທັບເຄມີ ແລະ ຫໍສະຫມຸດກອງທັບ ສົມທົບກັນຈັດຕັ້ງງານວາງສະແດງຫົວເລື່ອງສະເພາະ “ສີສົ້ມ-ມະໂນທຳ-ຍຸຕິທຳ”. ງານວາງສະແດງໄດ້ ວາງສະແດງ 400 ຮູບພາບ, ເອກະສານ, ວັດຖຸພັນ ກ່ຽວກັບ ວິນາດສະກຳ, ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງ, ຄວາມເມດຕາປານີ ແລະ ຄວາມໄຝ່ຝັນບືນຕົວຂຶ້ນ. ຈຸດປະສົງຂອງງານວາງສະແດງຄັ້ງນີ້ ແມ່ນກ່າວປະນາມໂທດກຳ ຊື່ງຈັກກະພັດອາເມລິກາໄດ້ກໍ່ຂຶ້ນສົງຄາມຮຸກຮານຫວຽດນາມ, ພິເສດ ແມ່ນສົງຄາມເຄມີໄດ້ກໍ່ຄວາມເຈັບປວດໃຫ້ລຸ້ນຄົນຕ່າງໆຂອງຊາວຫວຽດນາມ. ຜ່ານການຈັດຕັ້ງງານວາງສະແດງປາດຖະຫນາຢາກບັນດາອົງການ, ສ່ວນບຸກຄົນ, ນັບທັງວົງຄະນາຍາດ ຈົ່ງຮ່ວມແຮງຮ່ວມໃຈເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີ ສົ້ມ ພ້ອມທັງອອກສຽງສະຫນັບສະຫນູນ, ຕໍ່ສູ້ທວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມດີໂອຊີນຫວຽດນາມ.
TAG
vovworld/ທາດພິດສີສົ້ມ
Related
More








