VOV WorldVOV World
ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ”
14/04/2017 09:08
ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ”
(vovworld)- ​​ສິ່ງ​ໃດ​ທີ່​ເຮັດໃຫ້​ປື້ມ​ເອ​ກະ​ສານ​ປະ​ຫວັດ​ສາດ​ມີ​ຄວາມ​ດຶງ​ດູດ​ໃຈ. ພ້ອມ​ກັບ VOV 5 ທົບ​ທວ​ນ​ຄືນ​ໄລ​ຍະ​ທາງ​ປ​ະ​ສົບ​ຜົນ​ສຳ​ເລັດຂອງ “ບົດ​ບັນ​ທຶກ​​​ສົງ​ຄາມ 1-2-3-4.75” ຂອງ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ. ສຳ​ນັກ​ພິມ​ຈຳ​ຫ​ນ່າຍ​ການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ຫາກໍ່​ສະ​ເຫ​ນີ​ຕົວ​ປື້ມ​ເອ​ກະ​ສານ​ປະ​ຫວັດ​ສາດ “ບົດ​ບັນ​ທຶກ​ສົງ​ຄາມ” 1-2-3-4.75 - ສະ​ບັບ​ພາ​ສາ ອັງ​ກິດ ຂອງ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ. ຫ​ນ້າ​ປົກ​ຂອງ​ປື້ມ “ບົດ​ບັນ​ທຶກ​​ສົງ​ຄາມ” ສະ​ບັບ​ພາ​ສາ​ອັງ​ກິດ. ພາບ​ຫ​ນ້າ​ປົກ ແມ່ນ​ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ ເຈີນ​ມາຍ​ແຫ້ງ ພ້ອມ​ກັບ ບັນ​ດາ​ຄູ່​ຮ່ວມ​ງານ​ໃນ​ສຳ​ນັກ​ຂ່າວ​ສານ​ປົດ​ປ່ອຍ​ຢູ່ ປະ​ຕູ​ເຂົ້າ​ໄຊ​ງ່ອນ ຕອນເຊົ້າ​ວັນ​ທີ 30/4/1975 (ພາບ: ວັນ​ບ໋າວ -ເອ​ກະສານ​ ຂ່າວ​ສານ​ຫວຽດ​ນາມ) ພຽງ​ໃນ​ໄລ​ຍະ 3 ປີ ນັບ​ແຕ່​ເມື່ອ​ພິມ​ຈຳ​ຫ​ນ່າຍ​ເປັນ​ຄັ້ງ​ທຳ​ອິດ, ປື້ມ “ບົດ​ບັນ​ທຶກ​​​ສົງ​ຄາມ” ໄດ້​ຮັບ​ການພິມ​ຈຳ​ຫ​ນ່າຍ​​ອີກ​ຄັ້ງໃຫມ່​ ແລະ ປະ​ຈຸ​ບັນ ໄດ້​ແປເປັນ​ພາ​ສາ​ອັງ​ກິດ. ປື້ມ “ບົດ​ບັນ​ທຶກ​​ສົງ​ຄາມ” ໄດ້​ຮັບ​ການກວດ​ກາຢັ້ງ​ຢືນ​ຈາກ​ໂຮງ​ພິມ​ຈຳ​ຫ​ນ່າຍ​ການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ແລະ ພິມ​ຈຳ​ຫ​ນ່າຍ​ເປັນ​ຄັ້ງ​ທຳ​ອິດ​ເມື່ອເດືອນ 4 ປີ 2014.  ນັກກະວີ ຫືວຖີ້ງ, ປະທານສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ຢືນຢັນ: “ກຳລັງແຮງຂອງຄວາມຈິງ ແມ່ນບໍ່ມີສິ່ງໃດສາມາດຕ້ານຄືນໄດ້. ນັກຂ່າວສະຫນາມຮົບ ເຈີນມາຍແຫ້ງ ໃນຄາວຍັງຫນຸ່ມ ແລະ ໃບກິດສຳພັນພິເສດໄດ້ຊ່ວຍໃຫ້ທ່ານມີຫນ້າຢູ່ບັນດາສະຖານທີ່ປະຫວັດສາດຂອງ ໄຊງ່ອນ ໃນຈຸດເວລາພາກໃຕ້ໄດ້ຮັບການປົດປ່ອຍ. ປື້ມ “ບົດບັນທຶກສົງຄາມ” ໄດ້ນຳຂາຍຢ່າງກວ້າງຂວາງ ແລະ ໄດ້ຮັບຄວາມສະຫນັບສະຫນູນຈາກຫາງສຽງເປັນຈຳນວນຫລວງຫລາຍ.
TAG
vovworld/vov/ວັນ​ບ໋າວ -ເອ​ກະສານ