VOV WorldVOV World
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ
26/02/2017 02:27
(vovworld)- ຍາມ​ຕົ້ນ​ລະ​ດູ​ບານ​ໃຫມ່ ນັກ​ທ່ອງ​ທ່ຽວ​ເຄີຍ​ໄປ​ຖະ​ຫ​ວາຍ​ທູບ​ທຽນ​ຢູ່ ອຽນ​ຕ​ື ຊື່ງ​ແມ່ນ​ແຫ່ງ​ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ “​ດິນ​ແດນ​ຂອງພຸດ​ທະ​ສາ​ສະ​ຫນາ ຫວຽດ​ນາມ” ແມ່ນ​ການ​ເລືອກ​ເຟັ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ. ມີ​ຫລາຍ​ຄົນ​ໄດ້​ເລືອກ​ເຟັ້ນ​ວິ​ທີ​​ຂຶ້ນ​ພູ ອຽ​ນ​ຕື໋ ມາ​ແຕ່​ເຊົ້າ,
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ
(vovworld)- ຍາມ​ຕົ້ນ​ລະ​ດູ​ບານ​ໃຫມ່ ນັກ​ທ່ອງ​ທ່ຽວ​ເຄີຍ​ໄປ​ຖະ​ຫ​ວາຍ​ທູບ​ທຽນ​ຢູ່ ອຽນ​ຕ​ື ຊື່ງ​ແມ່ນ​ແຫ່ງ​ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ “​ດິນ​ແດນ​ຂອງພຸດ​ທະ​ສາ​ສະ​ຫນາ ຫວຽດ​ນາມ” ແມ່ນ​ການ​ເລືອກ​ເຟັ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ. ມີ​ຫລາຍ​ຄົນ​ໄດ້​ເລືອກ​ເຟັ້ນ​ວິ​ທີ​​ຂຶ້ນ​ພູ ອຽ​ນ​ຕື໋ ມາ​ແຕ່​ເຊົ້າ, ​ເພື່ອຮັບ​ແສງ​ອາ​ລຸນ​​ວັນ​ໃຫມ່​ຢູ່​ເຂດ​ດິນ​ແດນ​ຂອງ​​ພະພຸດ​ທະ​ເຈົ້າ - ວັດ​ດົງ. ອຽນ​ຕື ແມ່ນ​​ຈອມພູມີ​ຄວາມ​ສູງ 1068 ແມັດ ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ, ຂຶ້ນ​ກັບ​ ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ ຫວຽດ​ນາມ. ພູ ອຽນ​ຕື໋ ປະ​ຈຸ​ບັນ ຍັງ​​ຄົງຮັກ​ສາ​ລະ​ບົບ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ ຕິດ​ພັນ​ກັບ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງນິ​ກາຍຈຸກ​ເລີມ​ອຽນ​ຕ​ື໋. ເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ ພາ​ຍ​ຫລັງ​ສະ​ຫລະ​ບັນ​ລັງໃຫ້​ລູກ​ຂອງ​ຕົນ ຕັດ​ສິນ​​ໃຈອອກ​ຈາກ​ພະ​ລາດ​ຊະ​ວັງ​ເພື່ອໄປບວດຢູ່ ພູ​ອຽນ​ຕ​ື໋. ເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ (1258-1308) ແມ່ນ​ຜູ້​ສ້າງ​ຕັ້ງນິ​ກາຍຈຸກ​ເລີມ​ອຽນ​ຕ​ື໋. ​ເ​ພິ່ນໄດ້​ໃຫ້​ກໍ່​ສ້າງ​ກິດ​ຈະ​ກຳ​ໃຫຍ່​ນ້ອຍ​ນັບ​ຮ້ອຍ​ແຫ່ງ​ຢູ່ ພູ​ອຽນ​​ຕື໋ ເພື່ອ​ເປັນ​ບ່ອນເຜີຍ​ແຜ່​ສາ​ສະ​ຫນາ. ປະ​ຈຸ​ບັນ, ອຽນ​ຕ​ື໋ ​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ດ້ານ​ຈິດ​ວິນ​ຍານ, ຊີ​ວະ​ພາບ, ​ທັດ​​ສະ​ນີ​ຍະ​ພາບ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ຢ້ຽມ​ຢາມ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃນຕ​ະ​ຫລອດ​ປີ.  ໄຟ​ເຍືອງ​ທາງ​ຂຶ້ນ​ພູ, ສະ​ຖານ​ີກະ​ເຊົ້າ​ລອຍ​ຟ້າ ໄດ້​ເປີດ​ມາ​ແຕ່​ເຊົ້າ. ໃນ​ຈຸດ​ເວ​ລານີ້, ກະ​ເຊົ້າ​ລອຍ​ຟ້າ ແມ່ນ​ການ​ເລືອກ​ເຟັ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຍ້ອນ​ປະ​ຢັດ​ເວ​ລາ ແລະ ມີຄວາມ​ປອດ​ໄພກ​ວ່າ​.
TAG
vovworld/ອຽນ​ຕ​ື