ຊົມລົດຖັງ ເລກໝາຍ 390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975
27/04/2017 08:32
vovworld - ຕອນທ່ຽງວັນທີ 30/4/1975, ໃນຈຸດເວລາສຸດທ້າຍຂອງອຳນາດການປົກຄອງໄຊງ່ອນ, ລົດຖັງມີ ເລກໝາຍ 390 ໄດ້ຕຳປະຕູທຳນຽບເອກະລາດ ດ້ວຍຈິດໃຈຕັດສິນໃຈຍາດເອົາໄຊຊະນະ

vovworld - ຕອນທ່ຽງວັນທີ 30/4/1975, ໃນຈຸດເວລາສຸດທ້າຍຂອງອຳນາດການປົກຄອງໄຊງ່ອນ, ລົດຖັງມີ ເລກໝາຍ 390 ໄດ້ຕຳປະຕູທຳນຽບເອກະລາດ ດ້ວຍຈິດໃຈຕັດສິນໃຈຍາດເອົາໄຊຊະນະ, ເປັນຂີດໝາຍປະຫວັດສາດໃນການຕໍ່ຕ້ານຕ້ານອາເມລິກາກູ້ຊາດໄດ້ຮັບໄຊຊະນະຢ່າງສົມບູນ, ພາກເຫນືອພາກໃຕ້ໄດ້ໂຮມເຂົ້າເປັນເອກະພາບ. · 42 ປີຜ່ານມາ, ລົດຖັງ ເລກໝາຍ 390 ໄດ້ກາຍເປັນພະຍານປະຫວັດສາດ, ແມ່ນວັດຖຸອັນລ້ຳຄ່າຂອງຊາດ · ປະຈຸບັນ, ຢູ່ ທຳນຽບເອກະລາດ ນະຄອນໂຮ່ຈິມີນ ກໍ່ມີລົດຖັງຄັນຫນຶ່ງດ້ວຍ ເລກໝາຍ 390, ແຕ່ລົດຖັງຄັນນີ້ ແມ່ນປະເພດດຽວກັນກັບລົດຖັງຕຳປະຕູທຳນຽບເອກະລາດເມື່ອວັນທີ 30/4/1975. ສຳລັບລົດຖັງ ເລກໝາຍ 390 ປະຈຸບັນພວມໄດ້ຮັບການເກັບຮັກສາໄວ້ຢູ່ຫໍພິພິດທະພັນກຳລັງລົດຖັງຫຸ້ມເກາະ,ຢູ່ຖະຫນົນ ຮ່ວາງກວກຫວຽດ, ເມືອງ ເກົາໄຢ, ຮ່າໂນ້ຍ. ຫໍພິພິດທະພັນ ກຳລັງລົດຖັງຫຸ້ມເກາະ ແມ່ນບ່ອນເກັບຮັກສາລົດຖັງ ເລກໝາຍ 390 ປະຫວັດສາດ. ໃນສາງເອກະສານວັດຖຸພັນຂອງຫໍພິພິດທະພັນ ມີວັດຖຸພັນກວ່າ 7000 ຢ່າງ ແລະ ຮູບພາບພົ້ນເດັ່ນເກືອບ 3000 ແຜ່ນໄດ້ແນະນຳໃນເນື້ອທີ່ວາງສະແດງກວ້າງ 2.600 ຕາແມັດໃນຮົ່ມ ແລະ 1.200 ຕາແມັດກາງແຈ້ງ ໃນສົງຄາມຕໍ່ຕ້ານຕ້ານອາເມລິກາ, ລົດຖັງ ເລກໝາຍ 390 ຂຶ້ນກັບກອງຮ້ອຍ 4, ກອງພັນ 1, ກອງພົນນ້ອຍລົດຖັງ ເລກໝາຍ 203, ກອງພົນ ໃຫຍ່ 2. ລົດຖັງ ເລກໝາຍ 390 ໄດ້ຮັບຮອງແມ່ນວັດຖຸພັນອັນລ້ຳຄ່າຂອງຊາດ ເມື່ອວັນທີ 1/10/2012. ຜ່ານໄລຍະຕ້ານອາເມລິກາ, ລົດຖັງ ເລກໝາຍ 390 ສືບຕໍ່ເຂົ້າຮ່ວມການປົກປັກຮັກສາຊາຍແດນທາງທິດຕາເວັນຕົກສ່ຽງໃຕ້, ປະຕິບັດຫນ້າທີ່ສາກົນຢູ່ດິນແດນ ກຳປູເຈຍ ຫລັງຈາກນັ້ນໄດ້ເຄື່ອນຍ້າຍໄປຍັງພາກເຫນືອ, ມີຫນ້າໃນການຕໍ່ສູ້ປົກປັກຮັກສາຊາຍແດນພາກເຫນືອ. ປີ 1980, ລົດຖັງ ເລກໝາຍ 390 ພ້ອມກັບກົມກອງກັບຄືນຕັ້ງທັບຢູ່ບໍລິເວນ ລ້າງຢາງ (ແຂວງບັກຢາງ) ແລະ ໄດ້ນຳໃຊ້ເຂົ້າໃນການຝືກຊ້ອມ, ກຽມພ້ອມສູ້ຮົບ. ຄຽງຂ້າງ ລົດຖັງ ເລກໝາຍ 390 ໃນຫໍພິພິດທະພັນ ແມ່ນລົດຖັງດ້ວຍ ເລກໝາຍ 960. ລົດຖັງ ເລກໝາຍ 960 ແມ່ນລົດຖັງທີ່ເປັນມູນເຊື້ອຂອງລົດຖັງພາກຕາເວັນອອກພາກໃຕ້, ສ້າງຜົນງານດີເດັ່ນໃນບັນດາບັ້ນຮົບຢູ່ ລົກນີງ (1972), ບີງລອງ, ເຟືອງລອງ, ບັ້ນຮົບ ໂຮ່ຈິມີນ (1975). ໃຕ້ຂຸມຄອງຂອງຫໍພິພິດທະພັນຍັງເກັບຮັກສາວັດຖຸພັນລົດຖັງຫລາຍຢ່າງທີ່ເປັນມູນເຊື້ອຂອງບັນດາກົມກອງອື່ນ ຍາດໄດ້ຫລາຍຜົນງານດີເດັ່ນໃນພາລະກິດຕໍ່ສູ້ປົກປັກຮັກສາ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ວັດຖຸພັນຈຳນວນຫນຶ່ງໃນລົດຖັງ ລົດຖັງ ເລກໝາຍ 843 ມີຊື່ສຽງ ກໍ່ແມ່ນລົດຖັງຄັນທຳອິດທີ່ບຸກເຂົ້າ ທຳນຽບເອກະລາດ ປະຈຸບັນ ພວມໄດ້ຮັບການເກັບຮັກສາໄວ້ຢູ່ ຫໍພິພິດທະພັນ. ລົດຖັງ 843 ກໍ່ໄດ້ຮັບການຮັບຮອງຈາກລັດຖະບານແມ່ນ ວັດຖຸພັນອັນລ້ຳຄ່າຂອງຊາດ ຄັ້ງທີຫນຶ່ງ ພ້ອມກັບ ລົດຖັງ ເລກໝາຍ 390. ລົດຖັງ ເລກໝາຍ 995 ວິລະຊົນໄດ້ຈອດຢູ່ທາງເບື້ອງຊ້າຍຂອງຫໍພິພິດທະພັນ.
TAG
vov/vovworld/ລົດຖັງ
Related








