ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໂອ້ລົມກັບພະນັກງານ, ຄູອາຈານ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ລາວ
25/11/2016 05:00

(vovworld) - ເນື່ອງໃນການຢ້ຽມຢາມສັນທະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 25/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ມີການໂອ້ລົມກັບພະນັກງານ, ຄູອາຈານ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ລາວ. ເຂົ້າຮ່ວມການໂອ້ລົມມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ, ພ້ອມກັບ ພະນັກງານ, ຄູອາຈານ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ລາວ ປະມານ 1.500 ຄົນ, ການໂອ້ລົມໄດ້ຮັບການຖ່າຍທອດສົດທາງວິທະຍຸກະຈາຍສຽງ ແລະ ໂທລະພາບຈາກນະຄອນຫຼວງ ວຽງຈັນ. ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ພະນັກງານ, ຄູອາຈານ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ລາວ ປະມານ 1.500 ຄົນ ນັກຂ່າວ, ນັກເຕັກນິກ VOV ດຳເນີນການຖ່າຍທອດສົດທາງວິທະຍຸຊ່ອງ VOV1
TAG
vovworld/ໂອ້ລົມກັບພະນັກງານ
Related








