ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມມິຕະພາບລາວຢ່າງເປັນທາງການ
26/09/2016 10:40

(vovworld) - ຕອນເຊົ້າວັນທີ 26/09, ທ່ານນາງປະທານສະພາ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 26 – 27/09/2016. ການຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເພື່ອແນໃສ່ສືບຕໍ່ພັດທະນາການພົວພັນທີ່ເປັນມູນເຊື້ອອັນຍາວນານ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.
TAG
vov/vovworld/ລາວ
Related








