ຖະໜົນຮ່າງມ້າມື້ໃກ້ຈະຮອດບຸນເຕັດ
26/01/2017 06:46
.jpg)
(vovworld) - ໃນຊຸມມື້ນີ້, ຖະໜົນຮ່າງມ້າ ຍາມໃດກໍ່ມີຄົນຊື້ຂາຍຢ່າງຄັບຄາໜາແໜ້ນ ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວຖ່າຍຮູບຄື. ຮ່າງມ້າ ໄດ້ຮັບຖືວ່າ, ແມ່ນຖະໜົນມີສີສັນຫຼາກຫຼາຍໃນຄຸມຖະໜົນເກົ່າຂອງຮ່າໂນ້ຍ, ພິເສດແມ່ນໃນຍາມບຸນເຕັດ ແລະ ງານບຸນຕ່າງໆ. ທັງຖະໜົນເຕັມໄປດ້ວຍສີສັນຫຼາກຫຼາຍຂອງໂຄມໄຟ, ເຄື່ອງປະດັບ, ເຄື່ອງບູຊາດ້ວຍເຈ້ຍ. ຊຸມມື້ໃກ້ຈະຮອດບຸນເຕັດ, ຫຼາຍຄົນຄັດເລືອກຖະໜົນຮ່າງມ້າ ແມ່ນສະຖານທີ່ຍ່າງຫຼິ້ນ, ຢ້ຽມຊົມ ເພື່ອຮັບຮູ້ໄດ້ບັນຍາກາດບຸນເຕັດພວມວຽນມາຢູ່ຄຸ້ມຖະໜົນເກົ່າ 36 ສາຍ. ຊຸມມື້ທ້າຍປີ ແມ່ນຈຸດເວລາມີຄົນໄປມາຊື້ຂາຍຢ່າງຄຶກໂຄມໜາແໜ້ນທີ່ສຸດ. ຖະໜົນສາຍນີ້ຍັງແມ່ນຂົວຕໍ່ເຂດຊື້ຂາຍເຄື່ອງຂອງເຊິ່ງລວມມີບັນດາຖະໜົນຄື: ຮ່າງງາງ, ຮ່າງດ່າວ, ຮ່າງເດື່ອງ, ດົ່ງຊວນ, ຮ່າງເລືອກ. ບັນດາເຄື່ອງຂອງບຸຊາກໍ່ຖືກວາງຂາຍເປັນຈຳນວນຫຼວງຫຼາຍ. ຮູບສັດທີ່ເປັນສັນຍາລັກໃຫ້ປີໃໝ່ຖືກວາງຂາຍຢ່າງສວຍງາມ. ຢູ່ພາກເໜືອ, ດອດຄາຍ ເປັນສັນຍາລັກໃຫ້ບຸນເຕັດ, ແຕ່ຢູ່ທີ່ນີ້ເພື່ອນກໍ່ສາມາດຊື້ດອກຄາຍທີ່ເປັນສັນຍາລັກຂອງຊາວພາກໃຕ້ໄດ້. ຢູ່ແຄມຖະໜົນ, ບັນດາຊ່າງຕັດຜົມພວມຮີບເຮັ່ງຮັບໃຊ້ແຂກໃນຍາມທ້າຍປີ.
TAG
vovworld/vov/ຖະໜົມຮ່າງມ້າ
Related








