ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ
12/02/2017 06:00
.jpg)
(vovworld) - ມົ້ກເຈົາໄດ້ຮັບຖືວ່າແມ່ນເຂດພູສູງທີ່ສວຍງາມກວ່າໝູ່ຢູ່ເຂດພາກເໜືອ, ຂຶ້ນກັບແຂວງເຊີນລາ. ເຖິງວ່າ, ຫວຽດນາມ ໄດ້ພັດທະນາ, ທັນສະໄໝຄືແນວໃດກໍ່ຕາມ, ແຕ່ມົກເຈົາ ຍັງຄົງຮັກສາຄວາມງາມແບບຮົກເຮື້ອວ່າງເປົ່າ, ພ້ອມກັບຄວາມລຶກລັບທີ່ພວມລໍ້ຖ້ານັກທ່ອງທ່ຽວມາຄົ້ນຫາ. ໂດຍຫ່າງຈາກນະຄອນຮ່າໂນ້ຍ 200 ກ.ມ, ມົກເຈົາ ຍາມໃດກໍ່ຮັກສາຄວາມງາມແບບຮົກເຮື້ອວ່າເປົ່າ, ເຖິງວ່າຢູ່ຫຼາຍແຫ່ງຢູ່ ຫວຽດນາມ ໄດ້ຮັບການພັດທະນາຢ່າງທັນສະໄໝແລ້ວກໍ່ຕາມ. ແຕ່ລະລະດູ, ມົກເຈົາ ກໍ່ມີສີສັນພິເສດສະເພາະ, ແຕ່ຢາກຄົ້ນຫາຄວາມງາມແບບທຳມະຊາດຂອງມົກເຈົາໃຫ້ໝົດ, ເດືອນ 2 – 3 ແມ່ນຈຸດເວລາເໝາະສົມທີ່ສຸດໃຫ້ແກ່ນັກທ່ອງທ່ຽວ. ເມື່ອເວົ້າເຖິງ ມົກເຈົາ, ສິ່ງທຳອິດທີ່ຜູ້ໃດກໍ່ຄິດເຖິງນັ້ນແມ່ນບັນດາໂນນພູປູກຊາທີ່ຂຽວອຸ່ມທູ່ມກວ້າງສຸດສາຍຕາ ແລະ ຝູງງົວນົມໄດ້ຮັບການລ້ຽນຢ່າງລະອຽດລະອໍ. ເພາະສະນັ້ນ, ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ໃນການຢ້ຽມຢາມມົກເຈົາ ນັ້ນແມ່ນ ໂນນພູປູກຊາຕາມຮູບໝາກຫົວໃຈ. ໂນນພູປູກຊາຮູບໝາກຫົວໃຈແມ່ນສະຖານທີ່ດຶງດູດບັນດາຄູ່ບາວສາວເມື່ອມາຢ້ຽມຢາມມົກເຈົາ. ມາຢ້ຽມຢາມໂນນພູປູກຊາ, ເພື່ອນຢ່າລື່ມນຸ່ງຊຸດອາພອນຂອງຊົນເຜົ່າມົ້ງ ເພື່ອຮູ້ສຶກໄດ້ວັດທະນະທຳທີ່ສວຍງາມຂອງຊາວເຜົ່າມົ້ງ. ແລະບາງເທື່ອ, ເພື່ອນກໍ່ໄດ້ພົບເຫັນບັນດາບ່າວສາວຊາວເຜົ່າມົ້ງ ບົນເສັ້ນທາງກັບເມືອບ້ານ. ບົນເສັ້ນທາງພາໄປເຖິງໂນນພູປູກຊາຮູບໝາກຫົວໃຈ, ຫງູດົ້ງບ້ານໂອນ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ອສຳລັບຜູ້ມີຄວາມນິຍົມຄົ້ນຫາ.
TAG
vovworld/vov/ຄວາມງາມແບບຮົກເຮື້ອວ່າງເປົ່າ
Related








