ຮູບພາບທີ່ປະທັບໃຈຂອງການນຳກູບາ Fidel Castro
26/11/2016 10:46

(vovworld) – ວັນທີ 26/11, ໂທລະພາບແຫ່ງລັດ ກູບາ ໄດ້ໃຫ້ຂ່າວວ່າ ການນຳປະຕິວັດຂອງປະເທດນີ້ ທ່ານ Fidel Castro ໄດ້ເຖິງແກ່ມໍລະນະກຳ, ມີອາຍຸຍືນ 90 ປີ. ຜູ້ນຳກູບາ Fidel Castro ເກີດວັນທີ 13/8/1926. ເພີ່ນເປັນນັກປະຕິວັດຜູ້ຍິ່ງໃຫຍ່, ເປັນຜູ້ປິຊາສາມາດທີ່ສຸດຂອງສັດຕະວັດທີ 20. ເພີ່ນເປັນຜູ້ເຮັດໃຫ້ຊື່ສຽງຂອງປະເທດ ກູບາ ເຂົ້າໜ້າປະຫວັດສາດມວນມະນຸດ ດ້ວຍການປະຕິບັດໂຄ່ນລົ້ມລະບອບຜະເດັດການ, ນຳພາປະເທດ ກາຣີເບ ນີ້ໄປເຖິງເສັ້ນທາງເອກະລາດຄືທຸກວັນນີ້. ເພີ່ມເຄີຍດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ກູບາ ເມື່ອປີ 1959 ຫາປີ 1976 ແລະ ຫຼັງຈາກນັ້ນເປັນປະທານປະເທດ ກູບາ ຮອດປີ 2008. ເພີ່ມກໍ່ເປັນເລຂາທິການຜູ້ທີໜຶ່ງຂອງພັກກອມມູນິດ ກູບາ ໃນໄລຍະ 1965 – 2011. ປະຊາຊົນ ຫວຽດນາມ ບໍ່ມີວັນທີ່ຈະຫຼົງລື່ມເລື່ອງທ່ານ Fidel Castro ເປັນປະມຸກລັດຜູ້ທຳອິດ ແລະ ມີພຽງຄົນດຽວມາຢ້ຽມຢາມເຂດປົດປ່ອຍຢູ່ແຂວງ ກວາງຈີ້, ໃນຈຸດເວລາທີ່ການສູ້ຮົບຍັງຄົງດູເດືອດເມື່ອເດືອນ 9/1973, ຕາມຂໍ້ສະເໜີຂອງເພີ່ນເອງ. ນ້ຳໃຈພິລະອາດຫານຂອງເພີ່ນໄດ້ສ້າງຄວາມດຶງດູດໃຈຢ່າງແຮງຂອງ Fidel Castro ເວົ້າສະເພາະ ແລະ ຂອງການປະຕິວັດ ກູບາ ເວົ້າລວມໃນໂລກ, ພິເສດແມ່ນພາກພື້ນ ອາເມລິກາ ລາຕີງ.
TAG
vovworld/Fidel Castro/ຜູ້ນຳກູບາ
Related








