VOV5 ສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3
09/03/2012 15:44
ສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3
ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3, ລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດໄດ້ຈັດການແຂ່ງຂັນແຕ່ງກິນ. ເຂົ້າຮ່ວມການແຂ່ງຂັນ, ຜູ້ຍິງທີ່ມາຈາກລາຍການກະຈາຍສຽງ 12 ພາສາໄດ້ນຳເອົາອາຫານການກິນທີ່ເປັນມູນເຊື້ອຂອງແຕ່ລະປະເທດມາສະເໜີໃຫ້ເພື່ອນຮ່ວມງານ. ເພື່ອເຂົ້າຮ່ວມບັນຍາກາດອັນຟົດຟື້ນຂອງການແຂ່ງຂັນ, ເຊີນເພື່ອນຊົມພາບສາລະຄະດີດັ່ງຕໍ່ໄປນີ້. ບັນຍາກາດເປີດສາກການແຂ່ງຂັນແຕ່ງກິນ ຜູ້ຍິງ 12 ລາຍການເລີ່ມລົງມືເຂົ້າວຽກງານແຕ່ງກິນ ຜູ້ຍິງລາຍການກະຈາຍສຽງພາກພສາລາວພວມແບ່ງວຽກງນຳກັນ ຜູ້ລະວຽກ, ແຕ່ໃຜກໍ່ຕັ້ງໃຈເຮັດໃຫ້ທັນເວລາ ວຽກງານແຕ່ງກິນໄດ້ສຳເລັດ, ແລະປະຈຸບັນແມ່ນຕ້ອງຈັດຄືແນວໃດໃຫ້ພາເຂົ້າທັງແຊບ, ທັງງາມ ພວກເພື່ອນເຫັນບໍ່, ອາຫານເຊິ່ງຜູ້ຍິງລາຍການພາກພາສາລາວນຳເຂົ້າ ການແຂ່ງຂັນນັ້ນ ແມ່ນອາຫານພື້ນເມືອງຂອງລາວຄື: ເຂົ້າໜຽວ, ລາບ, ຕຳ່ສົ້ມ... ເພື່ອແນະນຳໃຫ້ເພື່ອນຮ່ວມງານຮູ້ກ່ຽວກັັບ ວັດທະນະທຳດ້ານອາຫານການກິນຂອງລາວ. ຄະນະກວດສອບການແຂ່ງຂັນພວມຮັບຟັງແນະນຳອາຫານແຕ່ລະເຍື່ອງ ຜູ້ຍິງພາກພາສາໄທພວມແຕ່ງກິນ ພາກພາສາອັງກິດເຮັດຫຍັງຈຶ່ງຫົວສະບາຍແທ້ ຫ້ອງເລຂາບັນນາທິການແຕ່ງອາຫານເຍື່ອງໃດ ຈຶ່ງໃຊ້ໝໍ້ໃຫຍ່ແທ້ນໍ! ຜູ້ຍິງພາກພາສາຈີນເມົາມົວເຮັດດອກໄມ້ປະດັບດ້ວຍໝາກເລັ່ນ ພາກພາສາກຳປູເຈຍແຕ່ງອາຫານບໍ່ທັນສຳເລັດ ອາຫານຂອງພາກພາສາຝະລັງ ອາຫານຂອງພາກພາສາຍີ່ປຸ່ນ ຜູ້ຍິງພາກພາສາລັດເຊຍພາກພູມໃຈຕໍ່ຜົນງານຂອງຕົນ ອາຫານຂອງພາກພາສາແອດສະປາຍ ແລະ ຫ້ອງບໍລິຫານສັງລວມ ການແຂ່ງຂັນໄດ້ປະກອບສ່ວນເຮັດໃຫ້ທຸກຄົນມີຄວາມເຂົ້າໃຈຈຸດວັດທະນະທຳດ້ານອາຫານການກິນຂອງ 12 ປະເທດ, ພ້ອມທັງແມ່ນເງື່ອນໄຂເພື່ອໃຫ້ເອື້ອຍນ້ອງແມ່ຍິງສະແດງຄວາມສາມາດ, ຄວາມຊຳນານຂອງຕົນໃນການແຕ່ງກິນແລະ ມີຄວາມສາມັກຄີ, ສະໜິດຕິດພັນນຳກັນກວ່າ.
Related








