VOV WorldVOV World
ແນະ​ນຳ​ບາງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ໃນ​ແຂວງ ນິງ​ທ້ວນ
23/11/2023 09:00
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 370 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 27 ສະບັບຈາກທ່ານຜູ້ຟັງ.
ແນະ​ນຳ​ບາງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ໃນ​ແຂວງ ນິງ​ທ້ວນ
ຈາກ Bilbao, ປະເທດ ແອດສະປາຍ, ທ່ານ Jose Ignacio Cos Lezama ໄດ້ແບ່ງປັນວ່າ: “ຂ້າພະເຈົ້າ ຂໍໃຫ້ ພວກເພື່ອນບັນນາທິການມີສຸຂະພາບເຂັ້ມແຂງເພື່ອ ຜະລິດ ບັນດາລາຍການກະຈາຍສຽງ. ຂ້າພະເຈົ້າຢາກເວົ້າວ່າ, ບັນດາລາຍການກະຈາຍ ສຽງຂອງ VOV5 ມ່ວນ ແລະ ເປັນປະໂຫຍດຫຼາຍ ”. ເພື່ອນ ແສງອາລຸນ, ແຂວງ ຫົວພັນ ໃຫ້ຮູ້້ວ່າ: “ໄລຍະມໍ່ໆມານີ້, ຢູ່ແຂວງ ຫົວພັນ ອາກາດໜາວພໍສົມຄວນ, ຕອນເຊົ້າມີໝອກຫຼາຍ ແລະ ອາກາດແບບນີ້ເໝາະສົມ ໃຫ້ການປູກພືດຜັກຂອງລະດູໜາວຄື: ໝາກກະລ່ຳປີ, ຜັກກາດ, ຜັກກະລ່ຳດອກຂຽວ ຊາວກະສິກອນພວກຂ້າພະເຈົ້າໄດ້ເລີ່ມປູກພືດຜັກຫຼາຍປະເພດໃນເຂດໂນນພູແລ້ວ, ຫວັງວ່າ ອາກາດຈະເອື້ອອຳນວຍ ເພື່ອໃຫ້ລະດູການຜະລິດໄດ້ຮັບຜົນດີ”. ເພື່ອນ ພອນສະຫວັນ, ຢູ່ແຂວງ ບໍ່ແກ້ວ ໄດ້ຝາກອີເມວເຖິງລາຍການ, ໂດຍສະແດງຄວາມສົນໃຈເຖິງສູນເຕັກໂນໂລຊີສູງ ຮວ່າລາກ ຂອງ ຫວຽດນາມ, ເພື່ອນໃຫ້ຮູ້ວ່າ: “ລັດຖະບານ ຫວຽດນາມ ໄດ້ເອົາໃຈໃສ່ລົງທຶນກໍ່ສ້າງເຂດເຕັກໂນໂລຊີສູງ ຮວ່າລາກ ເພື່ອໃຫ້ປະເທດ ຫວຽດນາມ ກ້າວຂຶ້ນພ້ອມກັບບັນດາປະເທດພັດທະນາ. ຜ່ານບົດຂຽນກ່ຽວກັບສູນເຕັກໂນໂລຊີສູງ ຮວ່າລາກ, ຂ້າພະເຈົ້າເຫັນໄດ້ການລົງທຶນ, ຄວາມສຸດຈິດສຸດໃຈ ແລະ ຄວາມມຸ່ງຫວັງຂອງລັດຖະບານ ກ່ຽວກັບປະເທດ ຫວຽດນາມ ວັດທະນາຖາວອນ ແລະ ແມ່ນ “ຈຸດນັດພົບ” ຂອງນະວັດຕະກຳ”.
TAG
VOV/VOVworld/ຜະລິດຕະພັນກະເສດ/ພັດທະນາເສດຖະກິດ