ແນະນຳບຸລຸດ ຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກອົງການ UNESCO
26/09/2024 11:29
(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍ 422ສະບັບ ທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 25 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດຜ່ານມາ, ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຈົດໝາຍຫຼາຍສະບັບຈາກທ່ານຜູ້ຟັງ ທັງ ຫວຽດນາມ ແລະ ລາວ ທີ່ໄດ້ສົ່ງຄຳຢື້ຢາມຖາມຂ່າວກ່ຽວກັບສະພາບການພາຍຸນ້ຳຖ້ວມ ແລະ ລະດົມກຳລັງໃຈເຊິ່ງກັນ ແລະ ກັນ. ໃນນັ້ນ, ທ່ານ ຫງວຽນຕວັນຕູ໊, ອະດີດນັກສຶກສາ ຫວຽດນາມ ທີ່ຮຽນຢູ່ ລາວ ໄດ້ແບ່ງປັນວ່າ: “ ຂ້າ ພະ ເຈົ້າ ມີ ຄວາມ ຕື້ນຕັນ ໃຈ ຕໍ່ ຮູບ ພາບ ທີ່ ວ່າ ມີຫຼາຍ ອົງ ກາ ນ ຈັດ ຕັ້ງ , ທິມ ງານ , ປະ ຊາ ຄົມ ຊາວ ຫວຽດ ນາມ ອາ ໄສ ຢູ່ ລາວ ແລະ ຊາວ ລາວ ອາ ໄສ ຢູ່ ຫວຽດ ນາມ ໄດ້ ຈັດ ການ ແຜ່ ບໍ ລິ ຈາ ກ ເພື່ອ ຊ່ວຍ ເຫຼືອ ບັນ ດາ ທ້ອງ ຖິ່ນ ຂອງ ທັງ ລາວ ແລະ ຫວຽດ ນາມ ແກ້ ໄຂ ຜົນ ຮ້າຍ ຢ້ອນຫຼັງ ຈາກ ພາ ຍຸ . ພິ ເສດກວ່າ ນັ້ນ ແມ່ນ ມີ ເດັກ ນ້ອຍຫຼາຍ ຄົນ ໄດ້ ຕັດ ເອົາ ເງິນ ກິນ ເຂົ້າ ເຊົ້າ ຈຳ ນວນ ໜຶ່ງ ແລ້ວ ລຽນ ແຖວ ຝາກ ນ້ຳ ໃຈ ດັ່ງ ກ່າວ ໄປ ແບ່ງ ປັນ , ລະ ດົມ ກຳ ລັງ ໃຈ ພໍ່ ແມ່ ພີ່ ນ້ອງ ຢູ່ ເຂດ ຖືກ ຜົນ ກະ ທົບ ຈາກພາ ຍຸ ” . ນີ້ແມ່ນຮູບພາບທີ່ມີຊີວິດຊີວາ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງນ້ຳໃຈຖານອ້າຍນ້ອງຜູກພັນຮັກໄຄ່ ຕະກຽງມອດ ບໍ່ມີແສງໄຟກໍຢູ່ຄຽງຂ້າງກັນ ລະຫວ່າງ ຫວຽດນາມ ກັບ ລາວ ແມ່ນບໍທ່ານຜູ້ຟັງ? ພວກຂ້າພະເຈົ້າມີຄວາມເຄົາລົບນັບຖືນ້ຳໃຈອັນລ້ຳຄ່າຈາກພວກເພື່ອນ ແລະ ຫວັງວ່າ ດ້ວຍນ້ຳໃຈຄວາມສາມັກຄີນັ້ນ, ຈະຊ່ວຍເປັນກຳລັງໃຈໃຫ້ບັນດາຄອບຄົວທີ່ຖືກຜົນກະທົບຈາກພາຍຸນ້ຳຖ້ວມຄັ້ງນີ້ ໃຫ້ໄດ້ຮັບການຟື້ນຟູ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ໃນຈົດໝາຍຝາກເຖິງ VOV5, ເພື່ອນ Armando Francisco Higuera del Reyo ມາ
TAG
VOV/VOVworld/ບຸລຸດ/ນັກວັດທະນະທຳຜູ້ຍິ່ງໃຫຍ່
Related








