VOV WorldVOV World
ແນະ​ນຳ​ຈຸດ​ພິ​ເສດ​ຂອງຫຼຽນ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020
05/08/2021 09:00
(VOVWORLD) -ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນທີ່ໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ປະຈຳ ວັນພະຫັດອີກຕາມເຄີຍ ເພື່ອພ້ອມກັນແບ່ງປັນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມທີ່ທ່ານຜູ້ຟັງໄດ້ຝາກມາຍັງ VOV5 ກໍຄື ລາຍການພາກພາສາລາວ. ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວລວມທັງໝົດ 320 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການພາກພາສາ ລາວ ໄດ້ຮັບຈົດໝາຍຈຳນວນ 11 ສະບັບ. ເນື້ອໃນບັນດາຈົດໝາຍສະບັບດັ່ງກ່າວຈະມີຄືແນວໃດ, ຕໍ່ໄປ ເຊີນທ່ານພ້ອມກັບບັນນາທິການຂອງລາຍການ ເປີດອ່ານນຳກັນໄດ້ເລີຍ.
ແນະ​ນຳ​ຈຸດ​ພິ​ເສດ​ຂອງຫຼຽນ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020
ຈົດໝາຍສະບັບທຳອິດ ແມ່ນຂອງທ່ານຜູ້ຟັງ Volker Schmidt ຈາກ Neubrandenburg, ປະເທດຝລັ່ງ ໄດ້ຝາກມາ VOV5. ທ່ານແບ່ງປັນວ່າ: “ເຖິງວ່າໃນຊຸມເດືອນຜ່ານມາ, ຂ້າພະເຈົ້າບໍ່ໄດ້ສົ່ງຈົດໝາຍມາຍັງ VOV5 ກໍຕາມ, ແຕ່ຂ້າພະເຈົ້າຍັງຮັບຟັງບັນດາລາຍການກະຈາຍສຽງຂອງພວກທ່ານເປັນປະຈຳ. ຂ້າພະເຈົ້າກໍໄດ້ຕິດຕາມຂ່າວ, ບົດໃນເວັບໄຊຂອງພວກທ່ານເລື້ອຍໆ ແລະ ຊອກຮູ້ກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ.  ເວັບໄຊ vovworld.vn ເປັນແຫຼ່ງຂໍ້ມູນຂ່າວທີ່ມີປະໂຫຍດ ແລະ ສຳຄັນຫຼາຍສຳລັບຂ້າພະເຈົ້າ.”
TAG
VOV/VOVworld/ງານມະຫາກໍກິລາ Olympic Tokyo 2020/E – Vaccine

More