VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ຄຸ້ມ​ຖະ​ໜົນ​ເກົ່າ ຮ່າ​ໂນ້ຍ
28/11/2024 11:42
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍທັງໝົດ 374 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ກ່ຽວ​ກັບ​ຄຸ້ມ​ຖະ​ໜົນ​ເກົ່າ ຮ່າ​ໂນ້ຍ
  ຈົດໝາຍສະບັບທຳອິດທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ ແມ່ນຈົດໝາຍຂອງເພື່ອນ ສີສັດທາ ຢູ່ແຂວງ ສາລະວັນ, ຜູ້ຟັງໃໝ່ຂອງລາຍການ. ເພື່ອນໄດ້ຖາມມາວ່າ, ນອກຈາກລາຍການກະຈາຍສຽງພາກພາສາລາວແລ້ວ, VOV ຍັງມີລາຍການກະຈາຍສຽງພາສາຕ່າງປະເທດໃດແດ່? ວິທະຍຸກະຈາຍສຽງ ຫວຽດນາມ ມີລາຍການກະຈາຍສຽງ 12 ພາສາຕ່າງປະເທດ. ນອກຈາກລາຍການພາກພາສາລາວແລ້ວ, ຍັງມີລາຍການກະຈາຍສຽງພາກພາສາ ອັງກິດ, ຝລັ່ງ, ຈີນ, ໄທ, ກຳປູເຈຍ, ອິນໂດເນເຊຍ, ລັດເຊຍ, ເຢຍລະມັນ, ແອັດສະປາຍ, ຍີ່ປຸ່ນ ແລະ  ສ.ເກົາຫຼີ. ເພື່ອນສາມາດຕິດຕາມບັນດາລາຍການດັ່ງກ່າວ ແລະ ລາຍການກະຈາຍສຽງພາກພາສາ ຫວຽດ ຮັບໃຊ້ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ໃນເວັບໄຊ vovworld.vn. ພິເສດ, ສຳລັບທ່ານຜູ້ຟັງໃດທີ່ກຳລັງຮຽນພາສາຕ່າງປະເທດ, ເວັບໄຊຂອງພວກຂ້າພະເຈົ້າກໍເປັນໜຶ່ງໃນບັນດາທາງເລືອກທີ່ໜ້າໄວ້ເນື້ອເຊື່ອໃຈ ເພື່ອຝຶກພາສາຕ່າງປະເທດຂອງທ່ານໄດ້. ສືບຕໍ່ລາຍການ, ຕໍ່ໄປເຊີນທ່ານຮັບຟັງຄຳແບ່ງປັນຂອງຜູ້ຟັງ VOV ເມື່ອຮັບຟັງລາຍການກະຈາຍສຽງພາກພາສາ ອັງກິດ ແລະ ພາສາ ຈີນ ຂອງພວກຂ້າພະເຈົ້າ. ເພື່ອນ M Saleem Akhtar Chadhar, ຢູ່ ປາກິດສະຖານ ກ່າວວ່າ:  “ລາຍ ການ ພາກ ພາ ສາ ອັງ ກິດ ໄດ້ ກາຍ ເປັນ ສ່ ວນ ໜຶ່ງ ໃນ ຊີ ວິດ ຂອງ ຂ້າ ພະ ເຈົ້າ. ເຊິ່ງ ໄດ້ ສະ ໜອງ ບັນ ດາ ຂໍ້ ມູນ ທີ່ ມີ ຄ່າ ກ່ຽວ ກັບ ຫວຽດ ນາມ ແລະ ນັ້ນ ກໍ ແມ່ນ ຄວາມຫຼາກຫຼາຍ ຂອງວັດ ທະ ນະ ທຳ ກໍ ຄື ກ່ຽວ ກັບ ແງ່ ຫວັງ ທົ່ວ ໂລກ ຂອງ ຫວຽດ ນາມ. ເພື່ອນ ພວມ ສວມ ບົດ ບາດ ເປັນ ຂົວ ເຊື່ອມ ຕໍ່ ລະ ຫວ່າງ ຜູ້ ຟັງ ທົ່ວ ໂລກ”. ເພື່ອນ ອູ໊ໄຫຼເຄືອ ຢູ່ ກວາງຕູງ, ຈີນ, ໄດ້ຂຽນມາວ່າ: “ ຂ້າ ພະ ເຈົ້າ ຂໍ ສະ ແດງຄວາມ ຂອບ ໃຈຢ່າງ ຈິງ ໃຈ ມາ ຍັງ ບັນ ນາ ທິ ການ ຂອງ ລາຍ ການ. ໃນ ຖາ ນະ ເປັນ ຜູ້ ຟັງ ປະ ຈຳ ຂອງ ລາຍ ການ ,  ລາຍ ການ ພາກ ພາ ສາ ຈີນ ຂອງ  VOV  ບໍ່ ພຽງ ແຕ່ ເຮັດ ໃຫ້ ຈິດ ໃຈ ຂ້າ ພະ ເຈົ້າ ມີ ຄວາມ ອຸ ດົມ ສົມ ບູນ ຂຶ້ນ ,  ຫາກ ຍັງ ເຮັດ ໃຫ້ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມອົບອຸ່ນ ແລະ ກຳລັງແຮງຂອງຄື້ນກະຈາຍສຽງອີກດ້ວຍ. ຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ການອຸທິດສ່ວນຢ່າງສຸດຈິດສຸດໃຈຂອງບັນນາທິການ ພວກຂ້າພະເຈົ້າຈຶ່ງມີເວລານາທີທີ່ສະຫງົບງຽບ, ຜ່ອນຄາຍໃນຊີວິດ ແລະ ເປັນກຳລັງໃຈເພື່ອເຮັດວຽກຕໍ່ໄປ”.  
TAG
VOV/VOVworld/ມໍ​ລະ​ດົກ/​ຄຸ້ມເມືອງ​ເກົ່າ ຮ່າ​ໂນ້ຍ