ແນະນຳກ່ຽວກັບລາຍການທ່ອງທ່ຽວຍາມລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ
17/10/2024 12:02
(VOVWORLD) - ມີຈົດໝາຍ 432 ສະບັບ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 23 ສະບັບຈາກທ່ານຜູ້ຟັງລາວ.

ເມື່ອເນື້ອໃນຂ່າວກ່ຽວກັບວາລະປະຊຸມສະພາແຫ່ງຊາດເດັກສົມມຸດຖານ ໄດ້ເອົາລົງໃນເວັບໄຊ vovworld.vn ພາກພາສາລາວ, ມີຜູ້ຟັງຫຼາຍທ່ານໄດ້ສະແດງຄຳຄິດເຫັນວ່າ ນີ້ແມ່ນເວທີປາໄສທີ່ເປັນປະໂຫຍດສຳເລັດເດັກຫຼາຍ. ໃນນັ້ນ, ທ່ານ ເມກສະຫວັນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນວ່າ: “ຂ້າ ພະ ເຈົ້າ ຮັບ ຜິດ ຊອບ ວຽກ ງານ ຊາວ ໜຸ່ມ ເຍົາ ວ ະ ຊົນ ມາ ຫຼາຍ ປີ . “ ວາ ລະ ປະ ຊຸມ ສະ ພາ ແຫ່ງ ຊາດ ເດັກ ສົມ ມຸດ ຖານ ” ແມ່ນ ຮູບ ແບບທີ່ ຄັກຫຼາຍ ແລະ ພວກ ຂ້າ ພະ ເຈົ້າ ຢາກ ຖອດ ຖອນ ບົດ ຮຽນ ປະ ສົບ ການ ໃນ ການ ຈັດ ຕັ້ງ ວາ ລະ ປະ ຊຸມ ດັ່ງ ກ່າວ ກັບ ຫວຽດ ນາມ . ຈາກ ເວ ທີ ປາ ໄສ ນີ້ , ພວກ ເຮົາ ສາ ມາດ ເຂົ້າ ໃຈ ໄດ້ ແນວ ຄິດ , ຈິນ ຕະ ນາ ການ ຂ ອງ ເດັກ ແລະ ຄວາມ ມຸ່ງ ມາດ ປາດ ຖະ ໜາ ກໍ ຄື ບັນ ດາ ຂໍ້ ລິ ເລີ່ມ ຂອງ ເດັກ ທີ່ ໄດ້ ຍົກ ອອກ ມາ ເພື່ອ ແກ້ ໄຂ ບັນ ດາ ບັນ ຫາກ່ຽວ ຂ້ອງ ເຖິງ ເດັກ ”. ອາທິດຜ່ານມາ, ພວກຂ້າພະເຈົ້າຍັງໄດ້ຮັບຈົດໝາຍຫຼາຍສະບັບທີ່ຝາກມາຊົມເຊີຍວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ວັນທີ 10 ຕຸລາ ພ້ອມດ້ວຍຄຳແບ່ງປັນຄວາມຮູ້ສຶກທີ່ມີຕໍ່ລາຍການສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ. ໃນນັ້ນທ່ານ ວໍລະວັດ ຢູ່ນະຄອນຫຼວງວຽງຈັນ, ປັດຈຸບັນກຳລັງເຂົ້າຮ່ວມຊຸດບຳລຸງວຽກງານຍຸຕິທຳຢູ່ ຮ່າໂນ້ຍ ໄດ້ແບ່ງປັນວ່າ: “ ຖະ ໜົນ ຫົນ ທາງ ຮ່າ ໂນ້ຍ ໄດ້ ຮັບ ການ ປະ ດັບ ປະ ດາ ດ້ວຍ ທຸງ ຊາດ , ດອ ກ ໄມ້ ງາມຫຼາຍ . ພິ ທີ ສະ ເຫຼີມ ສະຫຼອງທີ່ ໄດ້ ດຳ ເນີນ ຢູ່ ໜອງ ເຕົາ ກໍ ຍິ່ງໃຫຍ່ ອາ ລັງ ການຫຼາຍ , ຊ່ວຍ ໃຫ້ ພວກ ຂ້າ ພະ ເຈົ້າ ມີ ຄວາມ ເຂົ້າ ໃຈ ຕື່ມ ອີກ ກ່ຽວ ກັບ ພາບ ພົດ ຂອງ ນະ ຄອນຫຼວງ ຮ່າ ໂນ້ຍ ເມື່ອ ປີ 1954 ເປັນ ຄື ແນວ ໃດ ”. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຕອບບັນດາຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເພື່ອນ ຈຳ ປາ ພັນ ຢູ່ ນະ ຄອນຫຼວງວຽງ ຈັນ ໄດ້ ສົ່ງ ຈົດ ໝາຍ ເຖິງ ລາຍ ການ ດ້ວຍ ຄຳ ຖາມ ທີ່ ວ່າ : ໄລ ຍະ ປັດ ຈຸ ບັນ , ຮ່າ ໂນ້ຍ ມີ ລາຍ ການ ທ່ອງ ທ່ຽວ ໃດ ແດ່ ?
TAG
VOV/VOVworld/ລະດູໃບໄມ້ຫຼົ່ນ/ຮ່າໂນ້ຍ
Related








