VOV WorldVOV World
ແນະ​ນຳ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023”
09/11/2023 08:00
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 380 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 31 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງ.
ແນະ​ນຳ “ວັນບຸນໄມຕີຈິດ ມິດຕະພາບພິເສດ ຫວຽດນາມ - ລາວ 2023”
ອາທິດຜ່ານມາ, ທ່ານ ອິນປັນ ສັດຈະພັນສີ, ພະນັກງານບຳນານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ; ທ່ານ ວັນໄຊ, ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ; ເພື່ອນ ພອນສະໄໝ ແລະ ເພື່ອນ ຫຼ້າ ຄຸນນະວົງສາ, ພະນັກງານກະຊວງ ປ້ອງກັນປະເທດລາວ; ເພ່ື່ອນ ຟານເກີ໋ມວັນ, ຊາວ ຫວຽດນາມ ອາໄສຢູ່ລາວ; ເພື່ອນ ຄຳແກ້ວ, ສະຖານີໂທລະພາບລາວ; ເພື່ອນ ວີງກວາງ, ກະຊວງການຕ່າງປະເທດລາວ… ໄດ້ຝາກຄຳຢື້ຢາມຖາມຂ່າວຕໍ່ບັນດານັກນາທິການ, ນັກຂ່າວ. ຜູ້ຟັງທຸກທ່ານລ້ວນແຕ່ມີຄວາມສົນໃຈຕໍ່ບັນດາລາຍການ, ຂ່າວ ແລະ ບົດປະຈຳວັນ. ພິເສດ, ມີຄວາມສົນໃຈເປັນພິເສດເຖິງຂ່າວກ່ຽວກັບການຮ່ວມມື, ພົວພັນແລກປ່ຽນລະຫວ່າງ ຫວຽດນາມ - ລາວ. ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ຕິດຕາມລາຍການຂອງພວກເຮົາ ແລະ ໄດ້ໃຫ້ກຳລັງໃຈບັນດາບັນນາທິການຂອງລາຍການ. ບັນດາການປະກອບສ່ວນຂອງທ່ານຜູ້ຟັງຈະຊ່ວຍໃຫ້ພວກຂ້າພະເຈົ້າມີກຳລັງໃຈເພື່ອພັດທະນາກ່ວາອີກ.
TAG
VOV/VOVworld/ໄມ​ຕີ​ຈ​ິດ/ມິດ​ຕະ​ພາບ/ຂະ​ແໜງ​ການ/ວັນ​ບຸນ