ແນະນຳບັນດາລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ຮ່າໂນ້ຍ
02/11/2023 11:03
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍທັງໝົດ 392 ສະບັບ, ສະເພາະລາຍການພາກພາສາລາວ ມີ 19 ສະບັບ.

ຈາກໂກລົມເບຍ, ທ່ານ Diego Echeverri ໄດ້ສົ່ງຈົດໝາຍມາຍັງ VOV5 ໂດຍແບ່ງປັນວ່າ: “ ຂໍຂອບໃຈ VOV5 ຫຼາຍໆ ຍ້ອນ ລາຍການ ໂອ້ລົມກັບທ່ານຜູ້ຟັງ ຄັກຫຼາຍ . ນີ້ແມ່ນບ່ອນທີ່ພວກຂ້າພະເຈົ້າສາມາດສະແດງຄວາມຄິດເຫັນຂອງຕົນ , ເຊິ່ງຢູ່ວິທະຍຸແຫ່ງອື່ນໆບໍ່ຄ່ອຍມີ . ຂ້າພະເຈົ້າໄດ້ຮັບຟັງ ບັນດາ ລາຍການ ໃນເວັບໄຊ vovworld.vn ເປັນປະຈຳ”. ຂອບໃຈເພື່ອນ Diego Echeverri ທີ່ໄດ້ຕິດຕາມລາຍການເປັນປະຈຳ. VOV5 ມີລາຍການກະຈາຍສຽງພາກພາສາຕ່າງປະເທດ ທັງໝົດ 13 ລາຍການ, ແລະ ທຸກລາຍການລ້ວນແຕ່ມີຄໍລຳ “ໂອ້ລົມກັບຜູ້ຟັງ”. ໃນຄໍລຳນີ້ ຜູ້ຟັງ ແລະ ບັນດາບັນນາທິການສາມາດໂອ້ລົມ, ແບ່ງປັນ ແລະ ນຳຜູ້ຟັງໃຫ້ມີຄວາມສະໜິດສະໜົມກັບບັນນາທິການກວ່າ ແລະ ຜ່ານການຕອບຄຳຖາມ ກໍຊ່ວຍໃຫ້ຜູ້ຟັງມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍຂຶ້ນຕື່ມ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງທ່ານ ດາວສັງຄົມ ຢູ່ແຂວງ ບໍລິຄຳໄຊ, ລາວ. ທ່ານ ດາວສັງຄົມ ຖາມວ່າ: ຂະແໜງອຸດສາຫະກຳ Halal ແມ່ນຫຍັງ ແລະ ຢູ່ ຫວຽດນາມ ຂະແໜງນີ້ພັດທະນາຄືແນວໃດ? ຂະແໜງອຸດສາຫະກຳ Halal ແມ່ນຂະແໜງອຸດສາຫະກຳຜະລິດ, ປຸງແຕ່ງ ແລະ ສະໜອງບັນດາການບໍລິການ, ຜະລິດຕະພັນ Halal ໃຫ້ແກ່ຕະຫຼາດບັນດາປະເທດເຊື່ອຖືສາສະໜາ ອິດສະລາມ. ທ່ານ ຮສຈ. ປອ ເລເຟືອກມິງ - ຫົວໜ້າສະຖາບັນຄົ້ນຄວ້າ ອາຟະລິກາ ແລະ ຕາເວັນອອກກາງ ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ຫາກໍເລີ່ມສຳຜັດກັບຕະຫຼາດ Halal. ເດືອນ ພຶດສະພາ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ເພື່ອສ້າງ ແລະ ພັດທະນາຂະແໜງ Halal ຫວຽດນາມ ຮອດປີ 2030”. ຍ້ອນເຫັນວ່າ, ຕະຫຼາດ Halal ທົ່ວໂລກ ມີຂອບຂະໜາດໃຫຍ່, ເຊິ່ງໄດ້ກວມເອົາເກືອບ ¼ ປະຊາກອນທົ່ວໂລກ (ປີ 2022) ແລະ ຍັງມີທ່າອ່ຽງເພີ່ມຂຶ້ນ. ດ້ວຍທີ່ຕັ້ງພູມີສາດທີ່ສະດວກ, ທ່າແຮງກ່ຽວກັບກະສິກຳ, ສະບຽງອາຫານ, ການທ່ອງທ່ຽວ, ການບໍລິການ; ການເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ມີສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ, ຫວຽດນາມ ກໍໄດ້ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຂະແໜງອຸດສາຫະກຳ Halal.
TAG
VOV/VOVworld/ລາຍການທ່ອງທ່ຽວ/ວັນມຽວ/ພະລາດຊະວັງທັງລອງ
Related








