VOV WorldVOV World
ມະນັດສະການພະທາດ​ຫຼວງ, ແມ່ນ​ງານ​ບຸນ​ພຸດ​ທະ​ສາ​ສະ​ໜາ​ໃຫຍ່​ທີ່​ສຸດ​ໃນ​ປີ​ຂອງ ລາວ
14/11/2024 10:00
(VOVWORLD) - ຢູ່ທີ່ນີ້ຍັງຈັດງານຕະຫຼາດນັດການຄ້າ ເພື່ອດຶງດູດແຂກທ່ອງທ່ຽວມາເຂົ້າຮ່ວມເຫດການ. ງານບຸນໃນປີນີ້ໄດ້ຈັດຂຶ້ນແຕ່ວັນທີ 11 – 15 ພະຈິກ.
ມະນັດສະການພະທາດ​ຫຼວງ, ແມ່ນ​ງານ​ບຸນ​ພຸດ​ທະ​ສາ​ສະ​ໜາ​ໃຫຍ່​ທີ່​ສຸດ​ໃນ​ປີ​ຂອງ ລາວ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 353 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ. ເພື່ອນ ຄຳຫຼ້າ ທອງສຸກ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: “ ຫວຽດ ນາມ ປະ ຕິ ບັດ ວຽກ ງານ ພັດ ທະ ນາ ເສດ ຖະ ກິດ ສັງ ຄົມ ແລະ ຖື ປະ ຊາ ຊົນ ເປັນ ໃຈ ກາງ ໄດ້ ເປັນ ຢ່າງ ດີ , ເຊິ່ງ ໄດ້ ສະ ແດງ ອອກ ໃນ ການ ປະ ຕິ ບັດ ແຜນ ການ ພັດ ທະ ນາ ເສດ ຖະ ກິດ , ສັງ ຄົມ 10 ປີ ( ໄລ ຍະ 2021 – 2030) ແລະ ແຜນ ການ ພັດ ທະ ນາ ເສດ ຖະ ກິດ ສັງ ຄົມ 5 ປີ ( ໄລ ຍະ 2021 – 2025) . ຂໍ ອ ວຍ ພອນ ໃຫ້ ບັນດາເພື່ອນປະສົບ ຜົນ ສຳ ເລັດ . ນອກນັ້ນ , ເລື່ອງ ຫວຽດ ນາມ ຍາມ ໃດ ກໍ່ ຖື ມະ ນຸດ ເປັນ ໃຈ ກາງ ຂອງ ທຸກ ນະ ໂຍ ບາຍ ພັດ ທະ ນາ , ຈະຊ່ວຍໃຫ້ ຫວຽດນາມ ຜ່ານ ຜ່າ ທຸກ ສິ່ງ ກີດ ຂ ວາງ , ຄວາມ ຫຍຸ້ງ ຍາກ ດ້ວຍ ຄວາມ ສາ ມັກ ຄີ , ວັດ ທະ ນະ ທຳ ເຫັນ ດີ ເຫັນ ພ້ອມ ແລະ ການ ເຊື່ອມ ໂຍງ . ”
TAG
VOV/VOVworld/ສາມັກຄີ/ມະນັດສະການ/ພະທາດຫຼວງ/ຄູອາຈານ