VOV WorldVOV World
​ຜູ້​ຟັງ​ຜູ້ອ​່ານ​ຢາກ​ຮູ້​ແຈ້ງຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນທີ່ຢາກມາຢ້ຽມ​ຢາມ ຝູກວັກ
23/09/2021 08:00
(VOVWORLD) - ຄາດວ່າ ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວໃນເດືອນ ຕຸລານີ້, ຖ້າມີຄວາມຈຳເປັນ, ຈະດັດປັບເວລາປະຕິບັດໃຫ້ເໝາະສົມ, ໂດຍອີງໃສ່ເງື່ອນໄຂຕົວຈິງ.
​ຜູ້​ຟັງ​ຜູ້ອ​່ານ​ຢາກ​ຮູ້​ແຈ້ງຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນທີ່ຢາກມາຢ້ຽມ​ຢາມ ຝູກວັກ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 380 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ. ໃນ ອາ ທິດ ຜ່ານ ມາ , ມີ ຜູ້ ຟັງ ຜູ້ອ່ານລາວ ຫຼາຍຄົນຄື: ເພື່ອນ ອາເລັກ ວົງສາ, ເພື່ອນ ອະລຸນ ສາວັນນາ ພວມດຳລົງຊິວິດຢູ່ນະຄອນຫຼວງ ວຽງຈັນ, ເພື່ອນ ພິສຸດາ ພວມດຳລົງຊີວິດຢູ່ແຂວງ ຫຼວງນ້ຳທາ, ເພື່ອນ ບຸດທິດາ ຢູ່ແຂວງ ຫົວພັນ… ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍໃຫ້ຮູ້ວ່າ: ຜ່ານແຫຼ່ງຂ່າວຈາກ VOV ພວກຂ້າພະເຈົ້າໄດ້ຮູ້ວ່າ ທ່ານພົນເອກ ຟຸ່ງກວາງແທັງ ໄດ້ຈາກໄປໃນວັນທີ 11 ກັນຍາ 2021. ບັນດາທ່ານຜູ້ຟັງ ຜູ້ອ່ານໄດ້ແບ່ງປັນວ່າ: ການຈາກໄປຂອງ ທ່ານພົນເອກ ຟຸ່ງກວາງແທັງ ແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ, ກອງທັບ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານ. ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ໄດ້ເສຍເພື່ອນຜູ້ໜຶ່ງ, ທີ່ເປັນເພື່ອນມິດສະຫາຍຜູ້ໃກ້ຊິດສະໜິດແໜ້ນ, ມີການປະກອບສ່ວນສຳຄັນຫຼາຍຢ່າງ ໃນການສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ. ນະທີ່ນີ້ ທ່ານຜູ້ຟັງຜູ້ອ່ານ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງພັກ, ລັດ, ກອງທັບ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານພົນເອກ ຟຸ່ງກວ່າງແທັງ ດ້ວຍ.
TAG
VOV/VOVworld/ທ່ອງທ່ຽວ/ໂຄມ​ໄຟ​ຮູບດວງ​ດາວ/ໜ້າ​ກາກ/

More