VOV WorldVOV World
​ຊາ​ດອກ​ບົວ​ທີ່​ເອືອບ​ກັບດອກ​ບົວ​​ຢູ່ໜອງແມ່ນ​ຊະ​ນິດ​ທີ່ມີ​ຊື່​ສຽງ​ທີ່​ສຸດຢູ່​ຫວຽດ​ນາມ
16/02/2017 03:07
(vovworld) - ​ຊາວ​ຫວຽດ​ນາມ ກໍ່​ມ​ີ​ວິ​ທີ​ດື່​ມ​ຊາ​ສະ​ເພາະຂອງ​ຕົນ, ມັນບໍ່​ລະ​ອຽດ​ລະ​ອໍຄື​ວິ​ທີ​ດື່ມ​ຊ​າ​ຂອງ​ຈີນ ຫຼື​ ຂອງ​ຍີ່​ປຸ່ນ, ຫາກວິ​ທີ​ດື່ມ​ຊາ​ຕາມ​ຄວາມຊິນ​ເຄີຍ​ຂອງ​ຊາວ​ຫວຽດ​ນາມມາແຕ່​ດົນ​ນານ​ພັດ​ງ່າຍ​ດາຍ​ຢູ່​.
​ຊາ​ດອກ​ບົວ​ທີ່​ເອືອບ​ກັບດອກ​ບົວ​​ຢູ່ໜອງແມ່ນ​ຊະ​ນິດ​ທີ່ມີ​ຊື່​ສຽງ​ທີ່​ສຸດຢູ່​ຫວຽດ​ນາມ
(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 205 ສະ​ບັບຈາກທ່ານ​ຜູ້​ຝັງ​ຫຼາຍປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 3 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ. (ພາບ​ອີນ​ເຕີ​ແນັດ) ເພື່ອນ ​​ທອນ​ສະ​ໄໝ ຈະ​ເລີນ​ສຸກ, ແຂວງ​ຊຽງ​ຂວາງ ໄດ້​ສົ່ງ​ອີ​ແມວ ມາ​ຍັງ​ລາຍ​ການ ຢາກ​ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ວັນ Valetine 2017 ຂອງ​ເພື່ອນໜຸ່ມ​ຫວຽດ​ນາມ​. ໃນ​ມື້ນີ້, ພວກ​ເພື່ອນ​ເຄ​ີຍມອບ​ຂອງ​ຂວັນ​ຫຍັງ​ໃຫ້​ກັນ?         ເພື່ອນ​ ທອນ​ສະ​ໄໝ ຈະ​ເລີນ​ສຸກ ທີ່​ຮັກ​ແພງ, ວັນ​ Valetine (14/02) ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ. ບັນ​ດາ​ເພື່ອນ​ໜຸ່ມ, ພິ​ເສດ​ແມ່ນ​ບັນ​ດາ​ຜູ້​ທີ່​ມີ​ຄົນ​ຮັກ ​ເຄີຍ​ຊື້​ຂອງ​ຂວັນ​​ເຊິ່ງ​ແຟນ​ຂອງ​ຕົນ​ນິ​ຍົມ, ບັນ​ດາ​ຂອງ​ຂວັນ​ເຫຼົ່ານັ້ນ​ສ່ວນ​ຫຼາຍ​ແມ່ນ ດອກ​ກຸ​ລາບ, ຕຸກ​ກະ​ຕາ​ໝີ, ເຄື່ອງ​ສຳ​ອ່າງ, ບັດ​ອວຍ​ພອນ…, ພ້​ອ​ມ​ກັນ​ນັ້ນ​ແມ່ນ​ເຂົ້າ​ໜົມ chocolate ເພື່ອ​ສະ​ແດງ​​ຄວາມ​ຮັກ​ຂອງ​ຕົນ, ມີ​ບາງ​ຄົນ​ຍັງ​ເຮັດ​​​ເຂົ້າ​ໜົມ chocolate ເອງ ຫຼື​ ໄປ​ຊື້​ຢູ່​​ຮ້ານ​ຕ່າງໆ ດ້ວຍ​ຫຼາຍ​ແບບ​ທີ່​ອຸ​ດົມ​ສົມ​ບຸນ. ເນື່ອງ​ໃນ​ໂອ​ກາດນີ້​ຫຼາຍ​ຄົນ​ຍັງ​ຈັດ​ການ​ທ່ຽວຫຼີ້ນ, ​ກິນ​ດື່ມ, ໄປ​ຊົ​ມ​ຮູບ​ເງົາ…
TAG
vovworld/vov/ຊາ​ດອກ​ບົວ/ຊາດອກ​ຊ​້ອນ

More