VOV WorldVOV World
ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ
23/12/2025 16:59
(VOVWORLD) - ແຂວງ ກວາງນິງ ໄດ້ກຳນົດເປົ້າໝາຍຮອດປີ 2030 ກາຍເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ສາກົນ, ຢັ້ງຢືນທີ່ຕັ້ງປາຍແຫຼມຂອງຂະແໜງທ່ອງທ່ຽວໃນໂຄງປະກອບເສດຖະກິດຢູ່ທ້ອງຖິ່ນ. ບໍ່ພຽງແຕ່ອີງໃສ່ຄວາມສາມາດບົ່ມຊ້ອນ, ທ່າແຮງທາງທຳມະຊາດ ແລະ ມໍລະດົກເທົ່ານັ້ນ, ແຂວງ ກວາງນິງ ພວມມີວິທີເຮັດໃໝ່, ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ເພື່ອກາຍເປັນສະຖານທີ່ພິເສດດຶງດູດແຂກທ່ອງທ່ຽວອີກດ້ວຍ.
ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງ ກວາງນິງ ໄດ້ຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ 38 ລຳ ດ້ວຍຈຳນວນແຂກທ່ອງທ່ຽວສາກົນເກືອບ 49.000 ເທື່ອຄົນ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຂວງ ກວາງນິງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຕ້ອນຮັບກ່ຳປັ່ນທ່ອງທ່ຽວຫຼາຍ, ຍ້ອນມີລະບົບທ່າກ່ຳປັ່ນ ແລະ ບັນດາຜະລິດຕະພັນທ່ອງທ່ຽວໄດ້ຮັບການເຮັດໃໝ່ຕະຫຼອດ ເພື່ອຕອບສະໜອງຄວາມຕ້ອງການທີ່ເປັນຫຼາຍຮູບຫຼາຍແບບຂອງແຂກທ່ອງທ່ຽວ. ທ່ານນາງ ເຈິ່ນງວ້ຽນ, ຜູ້ຕາງໜ້າກຸ່ມບໍລິສັດ Sun Group ໃຫ້ຮູ້ວ່າ: “ ບັນ ດາ ວິ ສາ ຫະ ກິດ ໄດ້ ພ້ອມ ກັນ ເຊື່ອມ ຕໍ່ , ເພື່ອນອກ ຈາກ ການ ສົ່ງ ເສີມ , ການ ເຊີນ ບັນ ດາ famtrip, media trip  ມາ ເປັນ ເຈົ້າ ກາ ນ ໂຄ ສະ ນາ ສື່ສານ , ເຊື່ອມ ຕໍ່ ບັນ ດາ ບໍ ລິ ສັດ ການ ບິນ ແລ້ວ , ພວກ ຂ້າ ພະ ເຈົ້າ ກໍ ໄດ້ ສ້າງ ແລະ ປັບປຸງ ຜະ ລິດ ຕະ ພັນ ໃໝ່ຢ່າງ ຕໍ່ເນື່ອງ . ລາຍ ການ ຍິງ ບັ້ງ ໄຟ ດອກ ກໍ ແມ່ນ ຜະ ລິດ ຕະ ພັນ ໜຶ່ງ ຫຼື ວ່າ ເຊີນ Hilton - ເຊິ່ງ ເປັນ ເຄື່ອງ ໝາຍ ການ ຄ້າ ໃຫຍ່ ໃນ ໂລກ ເຂົ້າ ມາ ບໍ ລິ ຫານ ລະ ບົບ Yoko Onsen Quang Hanh”. ໄປຄຽງຄູ່ກັບການຕ້ອນຮັບແຂກທາງກ່ຳປັ່ນແລ້ວ, ແຂວງ ກວາງນິງ ຍັງພົ້ນເດັ່ນຂຶ້ນດ້ວຍຮູບແບບການທ່ອງທ່ຽວ MICE ເຊິ່ງເປັນຮູບແບບທ່ອງທ່ຽວ ສົມທົບການເຮັດວຽກ ກັບການພັກຜ່ອນຕາກອາກາດ ຮັບໃຊ້ໃຫ້ແກ່ວິສາຫະກິດ, ອົງການຈັດຕັ້ງ, ສະຫະສະມາຄົມ ດ້ວຍຂອບຂະໜາດໃຫຍ່ ແລະ ຮຽກຮ້ອງການບໍລິການທີ່ມີຄຸນນະພາບສູງ. ທ່າອ່ຽງດຶງດູດແຂກທ່ອງທ່ຽວ MICE ເຂົ້າມາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ເປີດໂອກາດໃຫຍ່ໃຫ້ແກ່ແຂວງ ກວາງນິງ ດ້ວຍບັນດາຄະນະແຂກທ່ອງທ່ຽວທີ່ມາຈາກຫຼາຍປະເທດໄດ້ເລືອກເອົາ ຮະລອງ, ບ໊າຍໄຈ ເປັນບ່ອນຈັດຕັ້ງກອງປະຊຸມສົມທົບກັບການພັກຜ່ອນ. ທ່ານນາງ ເລທິບິກຮັ່ງ, ຜູ້ອຳນວຍການສາຂາ ກວາງນິງ ຂອງບໍລິສັດທ່ອງທ່ຽວ Vietravel ຖືວ່າ: “ ເພື່ອ ດຶງ ດູດ ແຂກ ທ່ອງ ທ່ຽວໃຫ້ຫຼາຍກວ່າ ອີກ , ແຂວງ ກວາງ ນິງ ຕ້ອງ ຍົກ ສູງ ການ ທ່ອງ ທ່ຽວ ຊຸມ ຊົນ . ແຂກ ທ່ອງ ທ່ຽວຫຼາຍ ຄົນ ຢາກ ຊອກ ຮູ້ ກ່ຽວ ກັບ ວິ ຖີ ກາ ນ ດຳ ລົງ ຊີ ວິດ , ຮີດ ຄອງ ປະ ເພ ນີຂອງ ປະ ຊາ ຊົນທ້ອ ງ ຖິ່ນ . ນອກ ຈາກ ນັ້ນ ແລ້ວ , ເພື່ອ ຕ້ອນ ຮັບ ບັນ ດາ ຄະ ນະ ແຂກທ່ອງທ່ຽວໃຫຍ່ ແຕ່ 2.000 – 3.000 ຄົນນັ້ນ , ແຂວງ ກວາງ ນິງ ຍັງ ຂາດ ພື້ນ ຖານ ດ້ານ ວັດ ຖຸຢູ່ . ໃນ ອະ ນາ ຄົດ , ແຂວງ ກວາງ ນິງ ຈະ ມີ ບັນ ດາ ບາດ ກ້າວ ໃໝ່ ແລະ ຕອບ ສະ ໜອງ ຢ່າງ ຄົບ ຖ້ວນ , ບົນ ພື້ນ ຖານ ນັ້ນ ບັນ ດາ ວິ ສາ ຫະ ກິດ ຕ້ອງ ໂຄ ສະ ນາ ແລະ ຂຸດ ຄົ້ນ ແຫຼ່ງ ແຂກ ທ່ອງ ທ່ຽວ ”. ກວາງນິງ ບໍ່ພຽງແຕ່ມີທີ່ຕັ້ງສະດວກ ເມື່ອມີທັງດ່ານຊາຍແດນທາງບົກ ແລະ ທ່າກ່ຳປັ່ນທະເລ, ທ່າອາກາດສະຍານສາກົນເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ແຂກທ່ອງທ່ຽວແວ່ຢາມບັນດາມໍລະດົກໂລກ ເຊິ່ງອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງ, ເຊັ່ນ: ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ; ອ່າວຮະລອງ - ໝູ່ເກາະ ກາດບ່າ. ນີ້ລ້ວນແຕ່ແມ່ນບັນດາທ່າໄດ້ປຽບພິເສດ ສ້າງກຳລັງໜູນເພື່ອໃຫ້ຂະແໜງທ່ອງທ່ຽວແຂວງ ກວາງນິງ ພັດທະນາ. ທ່ານ ຫງວຽນຈູ່ງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຢັ້ງຢືນວ່າ: “ ດ້ວຍ ບັນ ດາ ແຫຼ່ງ ຊັບ ພະ ຍາ ກອນ ທຳ ມະ ຊາດ , ບັນ ດາ ມໍ ລະ ດົກ ໂລກ ເຊິ່ງ ອົງ ການ UNESCO ໄດ້ຮັບ ຮອງ ແລະ ລະ ບົບ ພື້ນ ຖານ ໂຄງ ລ່າງ ດ້ານ ວັດ ຖຸ , ຫວັງ ວ່າ ກວາງ ນິງ   ຈະ ບຸກ ທະ ລຸ ຢ່າງ ແຮງ ໃນ ໄລ ຍະ ຈະ ມາ ເຖິງ , ດ້ວຍ ບັນ ດາ ຜະ ລິດ ຕະ ພັນ ທ່ອງ ທ່ຽວ ທີ່ ມີ ທ່າ ແຮງ ”. ປີ 2025, ແຂວງ ກວາງນິງ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 20 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 4,5 ເທື່ອຄົນ. ຮອດປີ 2030, ກວາງນິງ ວາງເປົ້າໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະຍີນຍົງ, ຢັ້ງຢືນບົດບາດເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ, ຈຸດສຸມການທ່ອງທ່ຽວແຖວໜ້າຂອງຊາດ; ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ກວ່າ 26 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 9 ລ້ານເທື່ອຄົນ. ທ່ານ ຫງວຽນເລິມງວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ: “ ແຂວງ ກວາງ ນິງ ໄດ້ ວາງ ອອກຫຼາຍ ແຜນ ການໃນການ ສ້າງ ບັນ ດາ ສະຖາບັນ ວັດ ທະ ນະ ທຳ , ກິ ລາ ເພື່ອ ແນ ໃສ່ ດຶງ ດູດ ແຂກ ທ່ອງ ທ່ຽວ ມາ ແຫ່ງ ນີ້ , ໂດຍ ສະ ເພາະ ແມ່ນ ການ ຈັດ ຕັ້ງ ບັນ ດາກອງ ປະ ຊຸມ , ສຳ ມະ ນາ , ລາຍ ກາ ນ ສະ ແດງສິລະປະ , ບັນ ດາ ເຫດ ການ ແລະ ກິດ ຈະ ກຳ ກິ ລາ . ແຂວງ ກວາງ ນິງ ພວມ ມີ ແຜນ ການ ດຶງ ດູດ ບັນ ດາ ນັກ ລົງ ທຶນ ຍຸດ ທະ ສາດ , ບັນ ດາ ວິ ສາ ຫະ ກິດ ລົງ ທຶນ ເຂົ້າ ບັນ ດາ ສະຖາບັນ , ບັນ ດາ ພື້ນ ຖານ ໂຄງ ລ່າງ ເພື່ອ ຮັບ ໃຊ້ ໃຫ້ ແກ່ ການ ພັດ ທະ ນາ ການ ທ່ອງ ທ່ຽວ , ພັດ ທະ ນາ ອຸດ ສາ ຫະ ກຳ ວັດ ທະ ນະ ທຳ ແລະ ປະ ກອບ ສ່ວນ ເຂົ້າ ໃນ ການ ພັດ ທະ ນາ ເສດ ຖະ ກິດ ສັງ ຄົມ ຂອງ ແຂວງ ເວົ້າ ລວມ ". ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວສາກົນ, ແຂວງ ກວາງນິງ ບໍ່ພຽງແຕ່ຂຸດຄົ້ນບັນດາສິ່ງທີ່ທຳມະຊາດດົນບັນດານໃຫ້ເທົ່ານັ້ນ, ຫາກຍັງເປັນເຈົ້າການເຊື່ອມໂຍງ, ມີການບໍລິການທີ່ເປັນມືອາຊີບ, ຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ. ກວາງນິງ ມຸ່ງໄປເຖິງກາຍເປັນໜຶ່ງໃນບັນດາສູນທ່ອງທ່ຽວພັດທະນາແຖວໜ້າຂອງທົ່ວປະເທດ, ສວມບົດບາດເປັນປະຕູຮ່ວມມື, ເຊື່ອມຕໍ່ການທ່ອງທ່ຽວກັບພາກພື້ນ ແລະ ສາກົນ, ພັດທະນາການທ່ອງທ່ຽວ “ທ່ອງທ່ຽວ 4 ລະດູ”./.
TAG
VOV/VOVworld/

More