VOV WorldVOV World
ຕາ​ແສງ ດົງ​ມາຍ (ແຂວງ ກວາງ​ນິງ): ເມື່ອ​ປະ​ຊາ​ຊົນ​ເປີດ​ໃຈ, ຖະ​ໜົນ​ຫົນ​ທາງ​ສວຍ​ງາມກວ້າງ​ຂວາງ
27/12/2025 16:59
(VOVWORLD) - ໂດຍປະຕິບັດແຜນນະໂຍບາຍກ່ຽວກັບເລື່ອງສືບຕໍ່ຍົກລະດັບຕົວເມືອງ, ເຂດຊຸມຊົນຂອງແຂວງ ກວາງນິງ, ຢູ່ຕາແສງ ດົງມາຍ, ບັນຍາກາດດຳເນີນກໍ່ສ້າງກິດຈະກຳສ້ອມແປງຕົວເມືອງໄດ້ຮັບການປະຕິບັດຢ່າງຂ້ຽວຂາດ ແລະ ຄຶກຄື້ນ. ເສັ້ນທາງສາຍຕ່າງໆໄດ້ຮັບການເປີດກວ້າງ, ບັນດາກິດຈະກຳໄດ້ຮັບການຍົກລະດັບ, ປະຊາຊົນຢູ່ທີ່ນີ້ໄດ້ເປັນເຈົ້າການບໍລິຈາກເນື້ອທີ່ດິນ, ຍົກຍ້າຍກິດຈະກຳ, ຮ່ວມໄມ້ຮ່ວມມືກັບອຳນາດການປົກຄອງສ້າງເຂດດຳລົງຊີວິດໃຫ້ດີກວ່າເກົ່າ.
  ຖະໜົນ ມາກດັງຢຸງ, ຢູ່ຮ່ອມ 342, ຕາແສງດົງມາຍ, ເມື່ອກ່ອນນີ້ກວ້າງກວ່າ 2 ແມັດ, ໜ້າທາງຄັບແຄບເຮັດໃຫ້ການໄປມາຫາສູ່, ການແລກປ່ຽນຄ້າຂາຍຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພາຍຫຼັງທີ່ທາງຕາແສງ ດົງມາຍ ສຳຫຼວດກວດກາຄືນສະພາບການຕົວຈິງ ແລະ ປະກາດແຜນການຍົກລະດັບ, ເປີດກວ້າງເສັ້ນທາງທີ່ມີຄວາມຍາວກວ່າ 200 ແມັດນີ້, ມີ15ຄອບຄົວ ທີ່ດຳລົງຊີວິດລຽບຕາມຖະໜົນດັ່ງກ່າວ ລ້ວນແຕ່ມີຄວາມເຫັນດີເຫັນພ້ອມ, ສະໝັກໃຈຍົກຍ້າຍກຳແພງເກືອບ 200 ແມັດ, ບໍລິຈາກເນື້ອທີ່ດິນປະມານ 180 ຕາແມັດ ພ້ອມດ້ວຍຫຼາຍສະຖາປັດຕະຍາກຳ, ຕົ້ນໄມ້ຫຼາຍຊະນິດເພື່ອບຸກເບີກໜ້າພຽງຮັບໃຊ້ການກໍ່ສ້າງ. ຄອບຄົວເອື້ອຍ ຫງວຽນຖຸຍກ່າຍ, ເຮືອນເລກທີ 17, ຖະໜົນ ມາກດັງຢຸງ, ແມ່ນໜຶ່ງໃນບັນດາຄອບຄົວທຳອິດທີ່ສະຫຼະດິນ ໄດ້ແບ່ງປັນວ່າ: “ ຄອບ ຄົວ ຂ້າ ພະ ເຈົ້າ ໄດ້ ສະຫຼະ ເນື້ ອ ທີ່ ດິນ 20 ຕາ ແມັດ ໃຫ້ ແກ່ ລັດກໍ່ ສ້າງ ທາງ , ຊ່ວຍ ໃຫ້ໝູ່ ບ້ານ ມີ ເສັ້ນ ທາງ ໄປ ມາ ຢ່າງກວ້າງ ຂວາງກວ່າ ”. ບໍ່ພຽງແຕ່ສະຫຼະເນື້ອທີ່ດິນເທົ່ານັ້ນ, ປະຊາຊົນຕາແສງ ດົງມາຍ ຍັງປະກອບເຫື່ອແຮງຂອງຕົນເຂົ້າໃນການກໍ່ສ້າງກິດຈະກຳຕ່າງໆອີກດ້ວຍ. ຕາມທ່ານ ເຈືອງວັນຮວ່ຽນ, ເລຂາໜ່ວຍພັກ, ຫົວໜ້າຄຸ້ມບ້ານ Km11, ຕາແສງ ດົງມາຍ, ແຂວງ ກວາງນິງ ແລ້ວ, ເພື່ອໄດ້ຮັບຄວາມເຫັນດີເຫັນພ້ອມສູງຄືແນວນັ້ນ, ທາງໜ່ວຍພັກໄດ້ເປັນເຈົ້າການອອກມະຕິສະບັບໜຶ່ງ, ສົມທົບກັບຄະນະຮັບຜິດຊອບວຽກງານແນວໂຮມ ເພີ່ມທະວີການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນ. ທ່ານ ຮວ່ຽນ ໃຫ້ຮູ້ຕື່ມອີກວ່າ: “ ໜ່ວຍ ພັກ ຄຸ້ມ ຖະ ໜົນ ໄດ້ ອອກ ມະ ຕິ ສະ ບັບ ໜຶ່ງ ຊີ້ ນຳ ຄຸ້ມ ຖະ ໜົນ ແລະ ຄະ ນະ ຮັບ ຜິດ ຊອບ ວຽກ ງານ ແນວ ໂຮມ ເຂົ້າ ຮ່ວມ ເພື່ອ ຂົນ ຂວາຍ ປະ ຊາ ຊົນບໍລິຈາກ ດິນ ດ້ວຍ ເນື້ອ ທີ່ ທັງ ໝົດ ກວ່າ 200 ແມັດ ແລະ ລະ ດົມ ເງິນ ຈຳ ນວນ 60 ລ້ານ ດົ່ງ ເພື່ອ ກໍ່ ສ້າງ ກຳ ແພງ ໃຫ້ ແກ່ ບັນ ດາຄອບ ຄົວ ສະຫຼະ ດິນ ຄືນ ໃໝ່ . ໄປ ຄຽງ ຄູ່ ກັນ ນັ້ນ ກໍ ຂົນ ຂວາຍ ປະ ຊາ ຊົນ ປະ ກອບ ເຫື່ອ ແຮງ ອີກ ດ້ວຍ .” ກິດຈະກຳຍົກລະດັບເສັ້ນທາງຢູ່ຖະໜົນ ມາກດັງຢຸງ ແມ່ນໜຶ່ງໃນ 11 ກິດຈະກຳນອນໃນແຜນການສ້ອມແປງບູລະນະຕົວເມືອງ ຂອງຕາແສງ ດົງມາຍ, ແຂວງ ກວາງນິງ, ສຸມໃສ່ຜັນຂະຫຍາຍໃນໄຕມາດທີ 4 ຂອງປີ 2025. ດ້ວຍທິດນຳທີ່ວ່າ “ລັດ ແລະ ປະຊາຊົນພ້ອມກັນເຮັດ”, ຕາແສງນີ້ໄດ້ລະດົມແຫຼ່ງກໍາລັງຢ່າງສຸດຂີດ, ສົມທົບກັບທະນາຄານແຫ່ງລັດ ບວກກັບການປະກອບສ່ວນແບບສະໝັກໃຈຂອງປະຊາຊົນອີກດ້ວຍ. ຍ້ອນເຫດນັ້ນກໍ່ຊ່ວຍເປີດກວ້າງເສັ້ນທາງຄົມມະນາຄົມ, ກໍ່ສ້າງລະບົບລະບາຍນ້ຳ, ປູກຕົ້ນໄມ້ ແລະ ຕິດຕັ້ງລະບົບແສງເຍືອງທາງຕື່ມອີກ. ທ່ານ ຫວູງອກຮຸ່ງ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນຕາແສງ ດົງມາຍ, ແຂວງ ກວາງນິງ ໃຫ້ຮູ້ວ່າ: “ ຕາແສງ ມີ 11 ໂຄງ ການ ຍົກ ລະ ດັບ , ສ້ອມ ແປງ ບູ ລະ ນະ ຕົວ ເມືອງໄດ້ ຮັບ ການ ຜັນ ຂະ ຫຍາຍ ໃນ ປີ 2025. ກິດ ຈະ ກຳ ຜັນ ຂະ ຫຍາຍ ຮອດ ໃສ ປະ ຊາ ຊົນ ກໍ ສະຫຼະ ດິນ , ທຸບ ມ້າງ ກຳ ແພງ , ອຳ ນາດ ການ ປົກ ຄອງ ແລະ ໝູ່ ຄະ ນະ ກໍ່ ຊ່ວຍ ກໍ່ ສ້າງ ກຳ ແພງ ໃຫ້ ປະ ຊາ ຊົນ ຄືນ ໃໝ່ , ເປີດກວ້າງ ບັນ ດາ ເສັ້ນ ທາງ ໃນ ຮ່ອມ ຮັບ ປະ ກັນ ໃຫ້ ໜ້າ ທາງກວ້າງ ແຕ່ 3,5 ແມັດ ຂຶ້ນ ໄປ ເພື່ອ ໃຫ້ ການ ໄປ ມາ ຫາ ສູ່ ສະ ດວກ ສະ ບາຍກວ່າ ເກົ່າ ”. ບໍ່ພຽງແຕ່ຢູ່ຕາແສງ ດົງມາຍ ເທົ່ານັ້ນ, ຈິດໃໃຈບໍລິຈາກດິນກໍ່ສ້າງກິດຈະກຳສາທາລະນະພວມແຜ່ກະຈາຍຢ່າງແຮງຢູ່ຫຼາຍຕາແສງ ແລະ ຕາແສງອື່ນໃນບໍລິເວນແຂວງ ກວາງນິງ. ນີ້ບໍ່ພຽງແຕ່ແມ່ນພື້ນຖານໂຄງລ່າງຕົວເມືອງເທົ່ານັ້ນ, ຫາກຍັງແມ່ນຫຼັກຖານທີ່ມີຊີວິດຊີວາ ທີ່ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມລະຫວ່າງອໍານາດການປົກຄອງ ແລະ ປະຊາຊົນ ໃນການປະຕິບັດບັນດາແຜນນະໂຍບາຍໃຫຍ່ຂອງແຂວງ ກ່ຽວກັບການຍົກສູງຄຸນນະພາບຕົວເມືອງຕິດພັນກັບການພັດທະນາເຂດຊຸມຊົນແບບຍືນຍົງອີກດ້ວຍ. ຕາແສງ ດົງມາຍ ໃນວັນນີ້ ພວມເປີດກວ້າງບັນດາເສັ້ນທາງໃໝ່, ບໍ່ພຽງແຕ່ດ້ວຍເບຕົງ, ຢາງປູທາງເທົ່ານັ້ນ, ຫາກຍັງແມ່ນຄວາມເຫັນດີເຫັນພ້ອມ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ໂສມໜ້າໃໝ່ຂອງຕົວເມືອງທີ່ນັບມື້ນັບມີສິວິໄລ, ທັນສະໄໝຖືກຕ້ອງຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XVI ຂອງ ອົງຄະນະພັກແຂວງ ກວາງນິງ ໄດ້ວາງອອກ, ເພື່ອສູ້ຊົນນຳແຂວງ ກາຍເປັນນະຄອນຂຶ້ນກັບສູນກາງກ່ອນປີ 2030, ກາຍເປັນເຂດຕົວເມືອງໃຫຍ່ລະດັບພາກພື້ນ ແລະ ສາກົນໃນປີ 2045./.
TAG
VOV/VOVworld/ຕາ​ແສງ ດົງ​ມາຍ/ກວາງ​ນິງ/ຖະ​ໜົນ​ຫົນ​ທາງ

More