ເຕັກໂນໂລຊີດີຈີຕອນພວມປ່ຽນແປງວິທີ​ເຄື່ອ​ນ​ໄຫວ​ໃນຫຼາຍຂົງເຂດ, ​ໃນ​ນັ້ນ​ລວມ​ມີ​ການປ້ອງກັນ​ຊາດ. ປັນຍາປະດິດ (AI), ຄວາມປອດໄພທາງໄຊເບີ, ຂໍ້ມູນຂະໜາດໃຫຍ່ (Big Data), ເຕັກໂນໂລຊີຈຳລອງ (Simulation Technology)... ບໍ່ພຽງແຕ່ຍົກ​ສູງ​ກຳ​ລັງຄວາມສາມາດໃນການຄົ້ນຄວ້າ, ​ການ​ຝຶກ​ຊ້ອມເທົ່ານັ້ນ, ​ຫາກຍັງເປີດ​ພື້ນ​ທີ່ການຮ່ວມມື​ໃໝ່ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ປະກອບສ່ວນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະ​ວີ​ຄວາມສາມາດຮັບ​ມື​ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ອີກດ້ວຍ.

ທີ່ກອງປະຊຸມ Shangri-La 2026 ຈັດຂຶ້ນໃນເດືອນ ພຶດສະພາ 2026 ຢູ່ ສິງກະໂປ, ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມປາຖະໜາຢາກເພີ່ມທະວີການຮ່ວມມື​ດ້ານ AI, ການຫັນເປັນດີຈີຕອນໃນການປ້ອງກັນຊາດ, ຄວາມໝັ້ນຄົງ; ພ້ອມກັນນັ້ນ ກໍ່ເຊີດຊູບົດ​ບາດ​ຂອງ​ມະ​ນຸດໃນການຄຸ້ມຄອງ ແລະ ນຳໃຊ້ບັນ​ດາເຕັກໂນໂລຢີທີ່​ມີຜົນກະທົບ​ຢ່າງໃຫຍ່ຫຼວງຕໍ່ຄວາມໝັ້ນຄົງ, ສະຖຽນລະພາບ. ນີ້ກໍ່ແມ່ນທິດທາງ​ທີ່ພວມໄດ້​ຫັນໃຫ້ເປັນອັນລະອຽດໃນການພົວພັນດ້ານການປ້ອງກັນ​ຊາດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື.

ເດືອນ ພຶດສະພາ 2026, ຫວຽດນາມ ແລະ ອິນເດຍ ໄດ້ລົງນາມໃນ​ບົດບັນທຶກຄວາມເຂົ້າໃຈການ​ຮ່ວມ​ມືກ່ຽວກັບປັນຍາປະດິດ ແລະ ເຕັກໂນໂລຊີ quantum ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ເດືອນ ສິງຫາ 2026, ບັນ​ດາ​ການ​ເຄື່ອ​ນ​ໄຫວ​ໃນຮ່ວມມື​ດ້ານປ້ອງກັນ​ຊາດລະຫວ່າງ ຫວຽດນາມ ແລະ ​ອາ​ເມ​ລິ​ກາ ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດກວ້າງ​ດ້ວຍຂໍ້ຕົກລົງຮ່ວມມືໃໝ່ກ່ຽວກັບການແກ້ໄຂຜົນຮ້າຍ​ຢ່ອນຫຼັງຈາກສົງຄາມ, ​ໃນ​ນັ້ນມີ​ບັນ​ດາ​ບັນ​ຫາທີ່​ຕິດ​ພັນ​ກັບເຕັກໂນໂລຊີ ແລະ ຂໍ້ມູນດີຈີຕອ​ນ. ທ່ານ ຮຸ່ງກາວ ຜູ້​ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງກອງທັບເຮືອ ອາ​ເມ​ລິ​ກາ ​ໃຫ້​ຮູ້ວ່າ:

“ພວກຂ້າ​ພະ​ເຈົ້າຈະສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຮຳບາດແຜສົງຄາມ. ບໍ່ດົນມານີ້, ຂ້າພະເຈົ້າໄດ້ເດີນທາງໄປ Hawaii, ແຫ່ງທີ່​ມີຫ້ອງທົດລອງຂະໜາດໃຫຍ່ ແລະ ເຕັກໂນໂລຊີກວດວິ​ໄຈ ADN ທີ່ທັນສະໄໝ; ພວກຂ້າ​ພະ​ເຈົ້າ​ພວມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ກັບ ຫວຽດນາມ ຍູ້​ແຮງ​ຄວາມ​ຄືບ​ໜ້າການຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ດ້ວຍເຕັກໂນໂລຊີ ເພື່ອວິໄຈຕົວຢ່າງ​ໃຫ້ເລິກເຊິ່ງກວ່າ”.

ເຕັກໂນໂລຊີກໍ່ເປັນຂົວເຊື່ອມຕໍ່ລະຫວ່າງບັນ​ດາ​ນັກ​ທ​ຸ​ລະ​ກ​ິດ​ດ້ານປ້ອງກັນ​ຊາດ ຫວຽດນາມ ກັບສາກົນ. ທີ່ງານວາງສະແດງປ້ອງກັນຊາດ ແລະ ການບິນອະວາກາດ SAHA 2026 ທີ່ຈັດຂຶ້ນທີ່ຢູ່ ຕວກກີ ຫວ່າງ​ແລ້ວນີ້, Viettel High Tech ໄດ້​ນຳຜະລິດຕະພັນເຕັກໂນໂລຊີສູງ ຫຼາຍກວ່າ 70 ​ຢ່າງ​ມາ​ວາງສະແດງ. ນັບແຕ່ radar, UAV, ລະບົບຕ້ານ UAV ຕະ​ຫຼອດ​ຮອດ​ການ​​ສູ້ຮົບເອເລັກໂຕນິກ, ເຄືອຂ່າຍ 5G ນຳໃຊ້ສະ​ເພາະ​ດ້ານ​ການທະຫານ. ທ່ານ ຫງວຽນ​ມິນກວາງ, ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ເຕັກ​ໂນ​ໂລ​ຊີ​ສູງ Viettel, ຢືນຢັນວ່າ:

“ການຮ່ວມມືກັບຄູ່ຮ່ວມມືສາກົນແມ່ນສິ່ງຈຳເປັນສຳລັບ​ວິ​ສາ​ຫະ​ກິດ​ເມື່ອອອກ​ສູ່ໂລກ, ພວກ​ຂ້າ​ພະ​ເຈົ້າບໍ່ສາມາດ​ໄປ​ແບບໂດດດ່ຽວໄດ້ ຫາກຕ້ອງມີຄູ່ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ໃນຈຳ​ນວນ 11 ເຕັກໂນໂລຊີຍຸດທະສາດຂອງ ຫວຽດນາມ ນັ້ນ, Viettel ພວມພັດທະນາ 9 ເຕັກໂນໂລຊີ, ໃນ​ນັ້ນລວມມີທັງ 5G ແລະ 6G. ຕາມແຜນ​ການ, ​ຮອດ​ປີ 2028 ພວກຂ້​າ​ພະ​ເຈົ້າ​ຈະເລີ່ມທົດ​ລອງ 6G”.

ກຳ​ນົດທິດໃນການສ້າງ​ພື້ນ​ຖານການປ້ອງກັນ​ຊາດ​ດີ​ຈີ​ຕອນ ກໍ່​ວາງ​ເປົ້າ​ໝາຍ​ຮອດ​ປີ 2030, ຫວຽດນາມ ຈະເປັນເຈົ້າເຕັກໂນໂລຢີຍຸດທະສາດຈຳ​ນວນ​ໜຶ່ງ, ຄື: ປັນຍາປະດິດ (AI), ອິນ​ເຕີ​ເນັດ​ສັບ​ພະ​ສິ່ງ, ຂໍ້ມູນຂະໜາດໃຫຍ່, ເຕັກໂນໂລຢີ quantum, 5G/6G, ແລະ ຂໍ້​ມູນດາວທຽມ. ຢູ່ບັນ​ດາສະຖາບັນການຝຶກ​ຊ້ອມປ້ອງກັນ​ຊາດ ຫວຽດນາມ, ຈິດ​ໃຈນີ້​ພວມໄດ້​ຫັ​ນ​ໃຫ້ປະກົດຜົນເປັນ​ຈິງ​ດ້ວຍ​ການ​ນຳ​ເອົາປັນ​ຍາ​ປະ​ດິດ, ການສ້າງໂປແກຼມ, ການຈຳລອງ ແລະ ເຄື່ອງມືດີ​ຈີຕອນເຂົ້າໃນການສິດສອນ, ​ຈາກນັ້ນ ຈຶ່ງຄ່ອຍໆສ້າງ​ແຫຼ່ງກຳລັງທີ່ມີຄວາມອາດສາມາດເປັນເຈົ້າເຕັກໂນໂລຢີ.

ຢູ່ໂຮງຮຽນນາຍທະຫານປ້ອງກັນເຄມີ, ​ການ​ຍົກ​ສູງຄວາມສາມາດດ້ານ​ດີ​ຈີ​ຕອນ, ຄວາມເປັນ​ເຈົ້າ​ດ້ານເຕັກໂນໂລຢີ ນັບມື້​ນັບ​ໄດ້​ຮັບຄວາມເອົາ​ໃຈ​ໃສ່​ຍູ້​ແຮງຈາກກົມກອງ, ປະກອບ​ສ່ວນ​ຍົກ​ສູງຄຸນ​ນະ​ພາບການ​ບຳ​ລຸ​ງ​ສ້າງ, ກະກຽມຖັນ​ແຖວນາຍທະຫານຕອບ​ສະ​ຫນອງ​ຄວາມຮຽກ​ຮ້ອງ​ຕ້ອງການໃນ​ການສ້າງກອງທັບທີ່ທັນສະໄໝ. ທ່ານພັນເອກ ​ນາງ ຫງວຽນທິ​ແທັງຫາຍ, ອາ​ຈານສອນຢູ່ໂຮງຮຽນນາຍທະຫານປ້ອງກັນເຄມີ, ໃຫ້​ຮູ້ວ່າ:

“ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີ​ຈີຕອນ ໃນ​ນັ້ນ​ບັນ​ດາ​ນັກ​ຮຽນຈະໄດ້​ຮຽນ​ກ່ຽວ​ກັບປັນຍາປະດິດ ແລະ ບັນ​ດາຊອບແວຈຳລອງ, ຊອບແວ​ແຕ້ມບັນ​ດາແຜນການສູ້ຮົບ. ນອກຈາກນັ້ນ, ​ນັກຮຽນຍັງໄດ້ຮຽນ​ການ​ສ້າງໂປແກຼມ, ​ ​ຜ່ານນັ້ນ​ ກໍ່ສາ​ມາດໜູນ​ຊ່ວຍຄວາມ​ສາ​ມາດສ້າງ​​ບັນ​ດາ​ຊອບ​ແວ, ຮັບ​ໃຊ້​ໃຫ້​ແກ່ວິ​ວັດ​ການຝຶກອົບຮົມ, ວຽກງານວິຊາສະ​ເພາະ”.

ເຕັກໂນໂລຊີດີຈີຕອນພວມສ້າງວົງຈອນໃໝ່ຂອງການເຊື່ອມຕໍ່: ການຮ່ວມ​ມື​ສາ​ກົນໄດ້ຊ່ວຍ​ເປີດກວ້າງ​ພູ​ມ​ປັນ​ຍາ, ​ພູມ​ປັນ​ຍາ​ໄດ້ຫັນປ່ຽນເປັນ​ກຳ​ລັງຄວາມສາມາດ ແລະ ກຳ​ລັງຄວາມສາມາດດ້ານເຕັກໂນໂລຊີປະກອບສ່ວນປັບ​ປຸງ​ກຳ​ລັງ​ແຮງ​ດ້ານປ້ອງກັນ​ຊາດ. ພ້ອມ​ກັນ​ນັ້ນ, ກໍ່ເປີດໂອກາດໃຫ້ບັນດາປະເທດເພີ່ມທະວີການ​ສົນ​ທະ​ນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືເພື່ອສັນຕິພາບ. ສຳລັບ ຫວຽດນາມ, ເລື່ອງ​ເປັນ​ເຈົ້າ​ການເຂົ້າຮ່ວມບັນ​ດາຂົງເຂດການຮ່ວມມືໃໝ່ນັ້ນ ກໍ່​ແມ່ນ​ວິ​ທີ​ເປີດກວ້າງການ​ຕ່າງ​ປະ​ເທດດ້ານການປ້ອງກັນ​ຊາດ, ຍ​າດ​ແຍ່ງ​ແຫ​ຼ່ງ​ກຳ​ລັງສາກົນ, ຍົກ​ສູງ​ກຳ​ລັງຄວາມ​ສາ​ມາດດ້ານເຕັກໂນໂລຊີ ແລະ ປົກປັກ​ຮັກ​ສາບ້ານ​ເກີດ​ເມືອງນອນ​ແຕ່​ໄກ, ແຕ່​ໄວ.