(ພາບ: baotuyenquang.com.vn)
ງານບຸນ ແທັ່ງຕວຽນ ປີ 2026 ໄດ້ຈັດຂຶ້ນໃນຊ່ວງວັນບຸນໄຫວ້ພະຈັນຂອງທຸກໆປີ ເພື່ອອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ; ພ້ອມກັນນັ້ນກໍ່ປະກອບສ່ວນເຂົ້າໃນການໂຄສະນາຮູບພາບຂອງເຂດດິນແດນ ແລະ ຊາວຕວຽນກວາງ ໄປເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ໃນງານບຸນທີ່ຫາກໍ່ຈັດຂຶ້ນຜ່ານມາ, ບັນດາແຂກໄດ້ຮັບຊົມບັນດາລາຍການ ສະແດງ ສິລະປະພິເສດ ແລະ ໄດ້ຮັບຊົມບັນດາຮູບແບບໂຄມໄຟວັນບຸນໄຫວ້ພະຈັນຂະໜາດໃຫຍ່ ທີ່ໄດ້ຮັບການຄັດເລືອກມາຈາກຫຼາຍຕາແສງຢູ່ແຂວງ ຕວຽນກວາງ.
"ຂ້າພະເຈົ້າໄດ້ພາຄອບຄົວໄປແຂວງ ຕວຽນກວາງ ເພື່ອເຂົ້າຮ່ວມງານບຸນ. ບັນດາຮູບຈຳລອງຢູ່ທີ່ນີ້ງາມທີ່ສຸດ".
"ຂ້າພະເຈົ້າມີຄວາມປະທັບໃຈຕໍ່ໂຄມໄຟຂອງວັນບຸນໄຫວ້ພະຈັນ ແລະ ປະຊາຊົນ ໄດ້ເຂົ້າຮ່ວມດ້ວຍຄວາມເບີກບານມ່ວນຊື່ນທີ່ສຸດ".
ສຳລັບເອື້ອຍ ເຈິ່ນທິກິມແທັງ ຢູ່ນະຄອນ ຫາຍຟ່ອງ, ນີ້ ແມ່ນເທື່ອທີສາມທີ່ເອື້ອຍໄດ້ ເຂົ້າຮ່ວມງານບຸນ ແທັ່ງຕວຽນ. ໂດຍໄດ້ເຊື່ອມຕົວເຂົ້າກັບບັນຍາກາດອັນຄຶກຄື້ນ, ມ່ວນຊື່ນຢູ່ຕາມຖະໜົນຫົນທາງ, ຄວາມຮູ້ສຶກຂອງເອື້ອຍຍັງຄົງຄືກັບຕອນມາ ຄັ້ງທຳອິດ.
"ຂ້າພະເຈົ້າໄດ້ໄປແຂວງ ຕວຽນກວາງ ຫຼາຍເທື່ອແລ້ວ, ແຕ່ຂ້າພະເຈົ້າຍັງຢາກມາແຫ່ງນີ້ ເພື່ອເຂົ້າຮ່ວມງານບຸນ ແທ່ັງຕວຽນ ຫຼາຍໆຄັ້ງອີກ. ຂ້າພະເຈົ້າດີໃຈຫຼາຍ ແລະ ມີຄວາມປະທັບໃຈເມື່ອໄດ້ເຫັນບັນຍາກາດຂອງວັນບຸນໄຫວ້ພະຈັນ".
ບັນດາໂຄມໄຟໃນວັນບຸນໄຫວ້ພະຈັນທີ່ມີຂະໜາດໃຫຍ່ ລວມມີຮູບສັດ, ຕົວລະຄອນໃນເລື່ອງນິທານ, ສັນຍາລັກວັດທະນະທຳ… ໄດ້ສ້າງຂຶ້ນດ້ວຍສີມືທີ່ຄ່ອງແຄ້ວ ແລະ ຄວາມຮັກຕໍ່ບ້ານເກີດເມືອງນອນຂອງປະຊາຊົນແຂວງ ຕວຽນກວາງ. ບັນດາຮູບຈຳລອງເຫຼົ່ານີ້ບໍ່ພຽງແຕ່ສ້າງເປັນຜະລິດຕະພັນວັດທະນະທຳທີ່ເປັນເອກະລັກສະເພາະເທົ່ານັ້ນ, ຫາກຍັງສ່ອງແສງໃຫ້ເຫັນເລື່ອງເປັນເຈົ້າການຂອງປະຊາຊົນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອອີກດ້ວຍ.
"ພວກຂ້າພະເຈົ້າໄດ້ເຮັດຮູບຈຳລອງໂດຍອີງໃສ່ບັນດາເນື້ອໃນພື້ນເມືອງ, ປະຫວັດສາດ ເພື່ອຈາກນັ້ນ, ບັນດາເດັກນ້ອຍຈະມີຄວາມເຂົ້າໃຈກ່ຽວກັບວິວັດການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ ຕື່ມອີກ".
"ແຕ່ລະເທື່ອ ເມື່ອສ້າງຮູບຈຳລອງທີ່ສວຍງາມໃຫ້ເດັກນ້ອຍໄດ້ຫຼິ້ນມ່ວນຊື່ນ ກໍ່ແມ່ນກຳລັງໜູນທີ່ຊ່ວຍໃຫ້ພວກຂ້າພະເຈົ້າຍິ່ງມີຄວາມເມົາມົວກັບອາຊີບຫຼາຍກວ່າ".
20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ງານບຸນ ແທັ່ງຕວຽນ ໄດ້ກ້າວໄປໄກເກີນຂອບເຂດຂອງງານບຸນໜຶ່ງເພື່ອກາຍປັນຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງ ຕວຽນກວາງ. ງານບຸນພວມຄ່ອຍໆກາຍເປັນຈຸດນັດພົບດ້ານວັດທະນະທຳ, ການທ່ອງທ່ຽວໃນໂອກາດວັນບຸນໄຫວ້ພະຈັນແຕ່ລະປີ. ຜ່ານນັ້ນ, ຮູບພາບ ຕວຽນກວາງ ກໍ່ໄດ້ຮັບການແນະນຳຈາກແງ່ມູມທີ່ໃກ້ຊິດ, ມີຊີວິດຊີວາກວ່າ. ທ່ານ ເຈິ່ນຫາຍຢວຽນ ຢູ່ຕາແສງ ບິ່ງທ້ວນ, ແຂວງ ຕວຽນກວາງ, ແບ່ງປັນວ່າ:
"ສະຖານທີ່ແຫ່ງນີ້ໄດ້ເຕົ້າໂຮມຄວາມງາມດ້ານວັດທະນະທຳ. ຂ້າພະເຈົ້າຫວັງຢາກໂຄສະນາຮູບພາບທີ່ສວຍງາມກ່ຽວກັບບ້ານເກີດເມືອງນອນຂອງຕົນຕໍ່ບັນດາເພື່ອນມິດທີ່ຢູ່ພາຍໃນ ແລະ ຕ່າງປະເທດ".
ໃນຂອບເຂດຂອງງານບຸນ, ຍັງຈັດ Festival ຜະລິດຕະພັນກະເສດ, OCOP ໝູ່ບ້ານອາຊີບຕິດພັນກັບການທ່ອງທ່ຽວ - ຕວຽນກວາງ 2026. ນີ້ແມ່ນແຫ່ງແນະນຳ, ໂຄສະນາບັນດາຜະລິດຕະພັນກະເສດ, ຜະລິດຕະພັນ OCOP, ໝູ່ບ້ານອາຊີບ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງການຜະລິດ, ການຄ້າ ແລະ ການທ່ອງທ່ຽວ, ຍົກສູງມູນຄ່າຜະລິດຕະພັນທ້ອງຖິ່ນ. ພ້ອມກັບບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ ແລະ ການຄ້າ, ງານບຸນ ແທັ່ງຕວຽນ 2026 ຍັງມີບັນດາກິດຈະກຳກິລາ, ທ່ອງທ່ຽວ, ລົງຄົ້ນຫາຕົວຈິງ, ສ້າງເປັນທາງເລືອກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວຕື່ມອີກ.








